ຢູແກຼນປະກາດເປີດກ້ວາງ “ບັ້ນຮົບຕ້ານກໍ່ການຮ້າຍ“
ທະຫານຢູແກຼນຢູ່ປ້ອມ Slavyansk
(ພາບ: AFP)
(vovworld)- ວັນທີ 4/5, ສະພາປ້ອງກັນຄວາມສະຫງົບ ແລະ ປ້ອງກັນຊາດ ຢູແກຼນ ໄດ້ປະກາດຈະເປີດກ້ວາງ “ບັ້ນຮົບຕ້ານກໍ່ການຮ້າຍ“ ທີ່ຖືກຖືວ່າແນ່ໃສ່ບັນດາຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານ ແລະ ທ່ວງໃຫ້ຫັນ ຢູແກຼນ ເປັນສະຫະພັນ ພາຍຫລັງເກີດການປະທະກັນອັນນອງເລືອດຢູ່ນະຄອນທ່າກຳປັ່ນ Odessa ທາງພາກໃຕ້ ຢູແກຼນ ຊື່ງເຮັດໃຫ້ 46 ຄົນເສຍຊີວິດ ແລະ ເກືອບ 200 ຄົນຖືກບາດເຈັບ. ກ່ອນໜ້ານັ້ນ, ວັນທີ 25/4, ບັນດາກຳລັງປະຕິບັດໜ້າທີ່ພິເສດຂອງ ຢູແກຼນ ໄດ້ປຸກລະດົມໄລຍະ 2 ຂອງ “ບັ້ນຮົບຕ້ານກໍ່ການຮ້າຍ“ ຢູ່ທາງທິດຕາເວັນອອກ, ໃນນັ້ນມີນະຄອນ Slavyanks ຍ້ອນກຳລັງລຸກຮຶ້ຂຶ້ນຕ້ານລັດຖະບານຊົ່ວຄາວ ແລະ ທ່ວງໃຫ້ຫັນ ຢູແກຼນ ເປັນສະຫະພັນ. ໃນຂະນະນັ້ນ, ຢູ່ນະຄອນ Kramatorsk ຢູ່ ທາງທິດຕາເວັນອອກ ຢູແກຼນ, ກຳລັງລັດຖະບານໄດ້ຍຶດຄອງເສົາອັງແຕນໂທລະພາບ ໃນບັ້ນຮົບປາບປາມຜູ້ແຫ່ຂະບວນປະທ້ວງ.
ຕໍ່ໜ້າບັນດາການຜັນແປທີ່ນັບມື້ນັບສັບສົນຢູ່ທາງທິດຕາເວັນອອກສ່ຽງໃຕ້ ຢູແກຼນ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ເພື່ອຊຸກຍູ້ອາເມລິກາ ກໍ່ກຳລັງດັນເພື່ອໃຫ້ ຢູແກຼນ ຢຸດຕິບັ້ນຮົບການທະຫານຢູ່ພາກພື້ນນີ້./.