ຢູແກຼນວາງເງື່ອນໄຂຖອນ ນັກຮົບອອກຈາກເຂດ ສູ້ຮົບ
(ພາບ: AFP/TTXVN)
(vovworld)- ວັນທີ 21/9, ທ່ານ Andriy Lysenko ໂຄສົກສະພາປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ປ້ອງກັນຊາດຢູແກຼນ ປະກາດວ່າປະເທດນີ້ບໍ່ຖອນນັກຮົບອອກຈາກເຂດສູ້ຮົບຈົນເຖິງເວລາບັນດາຝ່າຍປທະກັນປະຕິບັນດາ ຂໍ້ຕົກລົງຢຸດຍິງຕາມບັນດາຂໍ້ມາດຕາລະບຸໄວ້ໃນແຜນການສັນຕິພາບໃໝ່ທີ່ຫາກໍ່ບັນລຸກ່ອນນັ້ນ 1 ວັນຢູ່ນະຄອນຫຼວງ Minsk ປະເທດ Belarus. ຕາມທ່ານ Andriy Lysenko ແລ້ວ, 1 ໃນບັນດາຂໍ້ມາດຕາຕົ້ນຕໍ (ໃນຂໍ້ຕົກລົງ Minsk) ແມ່ນຫຼັກການກ່ຽວຂ້ອງເຖິງຂໍ້ຕົກລົງຢຸດຍິງ. ທ່ານຢືນຢັນວ່າຢູແກຼນ ພຽງແຕ່ຖອນທະຫານອອກເມື່ອຝ່າຍລັດເຊຍ ກໍ່ປະຕິບັດການຖອນທະຫານອອກເຊັ່ນດຽວກັນ. ອຳນາດການປົກຄອງ Kiev ກ່າວຜູກໂທດນັກຮົບລັດເຊຍໄດ້ມີໜ້າຢູ່ ຢູແກຼນຕາເວັນອອກ ເພື່ອໜູນຊ່ວຍບັນດາມືປືນຮຽກຮ້ອງຫັນຢູແກຼນເປັນສະຫະພັນ ແຕ່ອຳນາດການປົກຄອງລັດເຊຍ ຍາມໃດກໍປະຕິເສດບັນຫານີ້./.