(ພາບປະກອບ: AFP/TTXVN)
(vovworld) – ອຳນາດການປົກຄອງສູນກາງຢູແກຼນ ໄດ້ສະໜອງກົດລະບຽບຄຸ້ມຄອງດ້ວຍຕົນເອງພິເສດໃຫ້ເກືອບ 30 ເຂດຢູ່ 2 ແຂວງ Donetsk ແລະ Lugansk. ຕາມຂໍ້ຕົກລົງຂອງສະພາແຫ່ງຊາດປະເທດນີ້ ເພື່ອແນໃສ່ປະຕິບັດຂໍ້ຕົກລົງ Minsk ທີ່ໄດ້ລົງນາມເມື່ອວັນທີ 05/09/2014, ບົດບັນທຶກຊ່ວຍຈຳ Minsk ເມື່ອວັນທີ 19/09/2014 ແລະ ມາດຕະການແກ້ໄຂໂດຍສັງເຂບໃນວັນທີ 12/02/2015, ມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນວັນທີ 17/02/2015, ກໍ່ຄືຕາມກົດໝາຍຂອງຢູແກຼນ “ກ່ຽວກັບກົດລະບຽບຄຸ້ມຄອງດ້ວຍຕົນເອງພິເສດຢູ່ບາງເຂດຂອງ Donbass”. ບັນຊີລາຍຊື່ບັນດາເຂດທີ່ໄດ້ຊົມໃຊ້ກົດລະບຽບພິເສດນີ້ ໄດ້ຮັບການຮັບຮອງເອົາຈາກບັນດາອົງການນິຕິບັນຍັດຢູແກຼນ ໃນວັນທີ 17/03, ແຕ່ວ່າ, ໃນເວລານັ້ນ ເລື່ອງປະກາດໃຊ້ຖືກໂຈະໄວ້ຮອດເວລາຈັດຕັ້ງການເລືອກຕັ້ງທ້ອງຖິ່ນຢູ່ເຂດດັ່ງກ່າວ.