ກຳລັງທວງເອົາເອກະລາດປະຕິເສດການບຸກໂຈມຕີ Mariupol
(ພາບ: AP)
(vovworld) – ທ່ານ Aleksandr Zakharchenko, ຫົວໜ້າສ.ປະຊາຊົນ Donetsk ຂະໜາມນາມເອງ ຖະແຫຼງວ່າ, ກຳລັງທວງເອົາເອກະລາດຢູ່ພາກຕາເວັນອອກ ຢູແກຼນ ບໍ່ມີເຈດຈຳນົງບຸກໂຈມຕີ Mariupol. ກ່າວຄຳເຫັນໃນວັນທີ 24/01, ທ່ານ Zakharchenko ໜັ້ນນັກວ່າ “ຮອດຕອນທ່ຽງວັນທີ 24/01, ພວກຂ້າພະເຈົ້າບໍ່ດຳເນີນການເຄື່ອນໄຫວໃດໆຢູ່ Mariupol. ພວກຂ້າພະເຈົ້າບໍ່ແມ່ນກຸ່ມຮຸ້ນແຮງຄືອຳນາດການປົກຄອງ Kiev”. ແຕ່ວ່າ, ພາຍຫຼັງອຳນາດການປົກຄອງ Kiev ຖິ້ມໂທດໃຫ້ບັນດາມືປືນຢູ່ພາກຕາເວັນອອກ ໄດ້ຍິງປືນໃຫຍ່ ໃສ່ເຂດຊຸມຊົນ, ກຳລັງທວງເອົາເອກະລາດຢູ່ພາກຕາເວັນອອກ ໄດ້ບຸກໂຈມຕີໃສ່ບັນດາຖານທີ່ໝັ້ນຂອງກອງທັບລັດຖະບານຢູແກຼນ ພວມຕັ້ງທັບຢູ່ເຂດທາງທິດຕາເວັນອອກ ຂອງ Mariupol. ພາຍຫຼັງຖິ້ມໂທດດຳເນີນການຍິ່ງລູກຈະຫຼວດໃນຕອນເຊົ້າວັນທີ 24/01, ຢູ່ນະຄອນທ່າກໍ່າປັ່ນ Mariupol ໂດຍກຳລັງລັດຖະບານພວມຄວບຄຸມ ຖືກເຮັດໃຫ້ 30 ຄົນເສຍຊີວິດ ແລະ 93 ຄົນຖືກບາດເຈັບ. ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດຢູແກຼນ Stepan Potorak ຖະແຫຼງວ່າ ຈະເພີ່ມທະວີກຳລັງ ແລະ ອາວຸດຢູ່ເຂດ Mariupol ເພື່ອແນໃສ່ຮັບປະກັນຄວາມສາມາດປ້ອງກັນ ແລະ ຄວາມສະຫງົບໃຫ້ສາມັນຊົນ.