ລົງທຶນພັດທະນາເມືອງເກາະຟຸ໋ກວກແມ່ນກຳລັງໜູນປະກອບສ່ວນຊຸກຍູ້ເສດຖະກິດສັງຄົມຂອງທ້ອງຖິ່ນ
(ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເຮັດວຽກກັບການນຳຫຼັກແຫຼ່ງແຂວງກຽນຢາງ)
(vovworld) – ວັນທີ 18/03, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງກຽນຢາງ ກ່ຽວກັບການປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມ; ວຽກງານປ້ອງກັນຕ້ານການຄ້າເຖື່ອນ, ສໍ້ໂກງການຄ້າ; ປ້ອງກັນ, ຕ້ານອາດຊະຍາກຳ; ປະຕິຮູບລະບຽບການບໍລິຫານປີ 2014 ແລະ 2 ເດືອນຕົ້ນປີ 2015. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ແຂວງກຽນຢາງ ຕ້ອງປ່ຽນໃໝ່ຈີນຕະນາການໃນການປະຕິບັດການສ້າງໂຄງປະກອບບັນດາຂະແໜງ, ອາຊີບຜະລິດ, ຮູບແບບການລົງທຶນ… ຄືນໃໝ່. ຂົງເຂດກະສິກຳຂອງແຂວງຕ້ອງເອົາໃຈໃສ່ເພີ່ມກຳລັງແກ່ງແຍ້ງຂອງຜະລິດຕະພັນກະເສດ ໃນທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນ, ໂດຍສະເພາະແມ່ນເພື່ອສ້າງຕັ້ງປະຊາຄົມອາຊຽນ ໃນທ້າຍປີ 2015; ສຸມໃສ່ຜັນຂະຫຍາຍບັນດາໂຄງການລົງທຶນກໍ່ສ້າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງໄວ, ມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ຕັກເຕືອນແຂວງກຽນຢາງ ຕ້ອງກຳນົດການລົງທຶນພັດທະນາຟຸ໋ກວກ ເປັນກຳລັງໜູນ, ສ້າງກຳລັງແຮງພາຍໃນປະກອບສ່ວນພັດທະນາເສດຖະກິດສັງຄົມຂອງທ້ອງຖີ່ນ. ທ່ານຮອງນາຍົກລັດຖະມົນຕີ ກໍ່ຮຽກຮ້ອງການນຳແຂວງກຽນຢາງ ຊີ້ນຳການສະຫຼຸບ 5 ປີແຫ່ງການປະຕິບັດຄຳສັ່ງຂອງກົມການເມືອງ ກ່ຽວກັບການປ້ອງກັນ, ຕ້ານບັນດາອາດຊະຍາກຳໃນສະພາບການໃໝ່ ເພື່ອຕີລາຄາ, ຖອດຖອນບົດຮຽນແນໃສ່ສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິຜົນກວ່າ ໃນໄລຍະຈະມາເຖິງ.