ລົງທຶນໃຫ້ວິທະຍາ ສາດ ເຕັກໂນໂລຢີ ເພື່ອການພັດທະນາ ວິສາຫະກິດ

ລົງທຶນໃຫ້ວິທະຍາ ສາດ ເຕັກໂນໂລຢີ ເພື່ອການພັດທະນາ ວິສາຫະກິດ - ảnh 1
ພາບປະກອບ

(vovworld) – ”ລົງທຶນ​​ໃຫ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ: ການ​ພັດທະນາ​ຢ່າງ​ໝັ້ນຄົງ​ຂອງ​ວິ​ສາ​ຫະກິດ” ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ ​ໂດຍ​ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ - ​ເຕັກນິກຫວຽດນາມ ສົມທົບກັບ​ກະຊວງ ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ​ກຳມາທິການວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ - ສິ່ງ​ແວດ​ລ້ອມ​ຂອງ​ສະພາ​ແຫ່ງ​ຊາດ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/1 ຢູ່​ນະຄອນໂຮ່ຈີ​ມິນ. ກອງ​ປະຊຸມ​ສຳ​ມະ​ນາ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ ໃໝ່​ໃນ​ບັນດາ​ວິສາ​ຫະກິດ ​ເພື່ອ​ສ້າງ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບ, ນຳ​ໃຊ້​ປັນຍາ​ສູງ​, ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃນ​ຕະຫຼາດ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ, ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ພັດທະນາ​ຢ່າງ​ວ່ອງໄວ ​ແລະ ໝັ້ນຄົງ.

​​ກອງ​ປະຊຸມ​ສຳ​ມະ​ນາ, ​ໄດ້​ສະ​ເໜີ​ບາງ​ມາດ​ຕະການ​ຊຸກຍູ້​ການ​ເຄື່ອນ​ໄຫວວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ​ໃນ​ນັ້ນ​ມີ​ເລື່ອງ ລັດ​ຄວນ​ສະຫງວນ​ງົບປະມານ​ໜູນ​ຊ່ວຍ​ບັນດາ​ນັກວິທະຍາສາດ - ​ເຕັກ​ໂນ​ໂລ​ຢີສຳ​ຫຼວດຕົວ​ຈິງ​ຢູ່​ບັນດາ​ວິ​ສາ​ຫະກິດ ​ເພື່ອ​ວາງ​ໜ້າ​ທີ່​ຄົ້ນ​ຄ້ວາ, ພ້ອມ​ນັ້ນ, ບັນດາ​ວິ​ສາ​ຫະກິດ​ຄວນ​ຍູ້​ແຮງ​ການ​ສ້າງ​ຕັ້ງ​ກອງ​ທຶນ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ເຄື່ອນ​ໄຫວວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ.

ຂ່າວ/ບົດ​ອື່ນ