ລົງນາມໂຄງການສົມທົບປະຕິບັດງານລະຫວ່າງແນວໂຮມປະເທດຊາດຫວຽດນາມແລະຄະນະເສດຖະກິດສູນກາງ
ການເຮັດວຽກລະຫວ່າງ 2 ອົງການ
(vovworld) – ຕອນບ່າຍວັນທີ 14/7, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະເສດຖະກິດສູນກາງໄດ້ລົງນາມໃນໂຄງການສົມທົບປະຕິບັດງານ. ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແລະ ທ່ານ ເວືອງດີ່ງເຫ້ວ, ກຳມະການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງໄດ້ເຂົ້າຮ່ວມພິທີລົງນາມ. ຕາມໂຄງການສົມທົບກັນແລ້ວ, 2 ອົງການຈະຄົ້ນຄ້ວາ, ສະເໜີສ້າງແນວທາງ, ແຜນນະໂຍບາຍຂອງພັກກ່ຽວກັບຂົງເຂດເສດຖະກິດ - ສັງຄົມຂອງປະເທດຊາດ, ພັດທະນາກຳລັງການຜະລິດ, ການພົວພັນຜະລິດ, ກ່ຽວກັບບັນດາບັນຫາສັງຄົມຕິດພັນກັບເສດຖະກິດ, ຈັດຕັ້ງການສຳຫຼວດກຳແໜ້ນສະພາບການ, ສະເໜີບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃນວິວັດການປະຕິບັດໜ້າທີ່, ຈັດຕັ້ງບັນດາກອງປະຊຸມ, ກອງປະຊຸມສຳມະນາ...
ການຄົ້ນຄ້ວາສົມທົບກັບການຜັນຂະຫຍາຍ, ກວດກາ, ຕິດຕາມກວດກາປະກອບສ່ວນຕິດພັນຢ່າງແໜ້ນແຟ້ນລະຫວ່າງທິດສະດີ ແລະ ພືດຕິກຳຕົວຈິງໃນວຽກງານຊີ້ນຳ, ນຳພາຂອງພັກສຳລັບການຫັນແນວທາງ, ແຜນນະໂຍບາຍຂອງພັກໃນຂົງເຂດເສດຖະກິດ - ສັງຄົມເຂົ້າສູ່ຊີວິດປະຊາຊົນເປັນລະອຽດ.