ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໂຄງການNewtonຫວຽດນາມ
ທ່ານຫງວຽນກວນ ແລະ ທ່ານ Giles Lever ລົງນາມໃນບົດບັນ
ທຶກຊ່ວຍຈຳກ່ຽວກັບການຮ່ວມມືໂຄງການ Newton ຫວຽດນາມ
(ພາບ:Lê Văn)
(vovworld) – ວັນທີ 3/6, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ຫງວຽນກວນ ແລະ ທ່ານເອກອັກຄະລັດຖະທູດອັງກິດ ປະຈຳ ຫວຽດນາມ Giles Lever ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຂັ້ນລັດຖະບານ ກ່ຽວກັບການຮ່ວມມືຄົ້ນຄ້ວາ ແລະ ປ່ຽນໃໝ່ຫົວຄິດປະດິດສ້າງ ຫວຽດນາມ-ລາຊະອານາຈັກອັງກິດ (ໂຄງການ Newton ຫວຽດນາມ). ທີ່ພິທີລົງນາມ, ທ່ານລັດຖະມົນຕີ ຫງວຽນກວນ ເນັ້ນໜັກວ່າ: ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືສະແດງໃຫ້ເຫັນຈຸດສຸມໃນການຮ່ວມມືວິທະຍາສາດ ແລະ ເຕັກນິກລະຫວ່າງ 2 ປະເທດ, ພ້ອມທັງປະກອບສ່ວນຊຸກຍູ້ລະດັບເຕີບໂຕດ້ານສັງຄົມຂອງແຕ່ລະປະເທດ. ຜ່ານໂຄງການ Newton, ລາຊະອານາຈັກອັງກິດ ຈະໜູນຊ່ວຍ, ແບ່ງປັນກັບ ຫວຽດນາມ ບົດຮຽນ ແລະ ຜົນສຳເລັດຂອງຕົນໃນການນຳວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນໃໝ່ຫົວຄິດປະດິດສ້າງກາຍເປັນກຳລັງໜູນພັດທະນາເສດຖະກິດ-ສັງຄົມ.
ໂຄງການ Newton ຫວຽດນາມ ອຸປະຖຳໃຫ້ບັນດານັກວິທະຍາສາດ, ນັກຄົ້ນຄ້ວາ, ພະນັກງານຄຸ້ມຄອງວິທະຍາສາດ ແລະ ວິສາຫະກິດທີ່ມີຫົວຄິດປະດິດສ້າງຂອງ 2 ປະເທດ ຫວຽດນາມ ແລະ ລາຊະອານາຈັກອັງກິດ.