ລົງນາມໃນບົດບັນທຶກຊ່ວຍຈຳໂຄງການທິມງານສາທາລະນະສຸກ-ສົ່ງເສີມສຸຂະພາບເຕັກໂນໂລຊີສູງ
ພິທີລົງນາມໃນບົດບັນທຶກຊ່ວຍຈຳ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 21/03, ຢູ່ຮ່າໂນ້ຍ, ທ່ານປະທານາທິບໍດີສ.ອິດສະຣາແອນ Reuven Ruvi Rivlin ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳການປະຕິບັດໂຄງການ “ທິມງານສາທາລະນະສຸກ - ສົ່ງເສີມສຸຂະພາບເຕັກໂນໂລຊີສູງຢູ່ຮ່າໂນ້ຍ” ລະຫວ່າງກຸ່ມບໍລິສັດ TH ກັບບໍລິສັດ MedicDan Ltd ແລະ ບໍລິສັດ Staromedic R.N International ຂອງອິດສະຣາແອນ. ໂຄງການໂດຍກຸ່ມບໍລິສັດ TH ຜັນຂະຫຍາຍ ດ້ວຍຈຸດໝາຍແມ່ນສ້າງຮູບແບບການສົ່ງເສີມສຸຂະພາບທີ່ເປັນແບບຢ່າງ, ຖືລູກຄ້າເປັນໃຈກາງ ດ້ວຍບັນດາການບໍລິການທີ່ດີທີ່ສຸດ. ຄົນເຈັບຈະໄດ້ຮັບການຮັບໃຊ້ຢ່າງຮອບດ້ານ, ໄດ້ນຳໃຊ້ບັນດາເຕັກໂນໂລຊີສູງ ແລະ ວິທີເບິ່ງແຍງດູແລທີ່ທັນສະໄໝທີ່ສຸດ. ບັນດາໂຄງການກໍ່ສ້າງຄື: ໂຮງໝໍສູນເອເລັກໂຕນິກ; ໂຮງໝໍຫຼາຍຂະແໜງ 5 ດາວ; ສູນບຳລຸງພັກຜ່ອນ ແລະ ຟື້ນຟູສຸຂະພາບຈະໄດ້ຮັບການກໍ່ສ້າງໃນເນື້ອທີ່ 20 ເຮັກຕາ ຢູ່ຮ່າໂນ້ຍ.