ລັດຖະບານຈັດກອງປະຊຸມສະໄໝສາມັນປະຈຳເດືອນ 5/2016
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເປັນປະທານກອງປະຊຸມປະຈຳເດືອນ 5/2016 ຂອງລັດຖະບານ
(ພາບ: TTXVN)
(vovworld) – ຕອນເຊົ້າວັນທີ 1/6, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມປະຈຳເດືອນ 5/2016 ຂອງລັດຖະບານ. ເປັນຄັ້ງທຳອິດທີ່ ລັດຖະບານໄດ້ປຶກສາຫາລື ກ່ຽວກັບບັນຫາການກໍ່ສ້າງ, ປັບປຸງກົນໄກ ໃຫ້ສົມບູນແບບກ່ອນທີ່ຈະປຶກສາຫາລື ກ່ຽວກັບສະພາບເສດຖະກິດສັງຄົມ. ກ່າວຄວາມເຫັນເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນ ຕັດສິນໃຈກໍ່ສ້າງລັດຖະບານດຳເນີນງານ, ບູລະນະ, ຊື່ສັດບໍລິສຸດ, ຮັບໃຊ້ປະຊາຊົນ, ຮັບໃຊ້ການພັດທະນາ ເພື່ອໃຫ້ປະຊາຊົນມີຊີວິດ ດ້ານວັດຖຸ ແລະ ຈິດໃຈດີກ່ວາ, ສະຫງົບປອດໄພກ່ວາ. ທ່ານ ນາຍົກລັດຖະມົນຕີ ເນັ້ນໜັກວ່າ: ການກໍ່ສ້າງລະບອບລະບຽບການ ເປັນໜ້າທີ່ຈຸດສຸມ ຂອງລັດຖະບານ, ຈາກ ນາຍົກລັດຖະມົນຕີ ຕະຫຼອດຮອດບັນດາລັດຖະມົນຕີ, ຫົວໜ້າຖະບວງກົມ ລ້ວນແຕ່ຕ້ອງສຸມໃສ່. ເພາະສະນັ້ນ, ທ່ານ ນາຍົກລັດຖະມົນຕີ ຊີ້ນຳບັນດາກະຊວງສຸມໃສ່ສະຫງວນເວລາປັບປຸງ ບັນດາເອກະສານນິຕິກຳທີຍັງຂາດໃຫ້ສົມບູນ.ສະຫຼຸບການປຶກສາຫາລືກ່ຽວກັບການສ້າງລະບອບລະບຽບການ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ.
“ປະລິມານຕ້ອງຕິດພັນກັບຄຸນນະພາບ. ພວກເຮົາຕ້ອງຍົກອອກບາງມາດຕະການແກ້ໄຂຄື, ປຶກສາຫາລືໂດຍກົງ. ໂດຍສະເພາະແມ່ນບົດບາດຂອງລັດຖະມົນຕີ 2 ທ່ານທີ່ເຮັດວຽກງານສຳຄັນນີ້ເພື່ອປຶກສາຫາລື, ນັ້ນແມ່ນລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ແລະ ລັດຖະມົນຕີກະຊວງຍຸຕິທຳ ເປັນປະທານບາງການພົບປະລະຫວ່າງຂະແໜງການເພື່ອປຶກສາຫາລື. ທີ 2 ແມ່ນຮັດແຄບບັນດາຂັ້ນຕອນປະກອບເອກະສານ, ພິເສດແມ່ນບັນຫາເປີດເຜີຍກະຈ່າງແຈ້ງໃນມະຫາຊົນ”
ແລະກໍ່ທີ່ກອງປະຊຸມ, ລັດຖະບານ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຊົນລະປະທານ; ຮ່າງລັດຖະບັນຍັດ ວ່າດ້ວຍແນວພັນປູກ (ສະບັບປັບປຸງ); ຮ່າງລັດຖະບັນຍັດ ວ່າດ້ວຍແນວພັນສັດລ້ຽງ. ລັດຖະບານຍັງປະກອບຄຳເຫັນ ໃສ່ແຜນຮ່າງ ກ່ຽວກັບວິວັດທະນາການຫັນການພົວພັນແລກປ່ຽນດ້ານທຶນຮອນ ຂອງຫວຽດນາມເປັນເສລີ; ການເຄື່ອນໄຫວຂອງຄະນະຊີ້ນຳບໍລິຫານລາຄາ ປີ 2015; ວຽກການແກ້ໄຂ້ຂໍ້ຄົງຄ້າງ ໃນການຊຳລະທຶນສຳລັບບັນດາໂຄງການລົງທຶນ ຂື້ນກັບບັນດາໂຄງການເປົ້າໝາຍແຫ່ງຊາດ ແລະ ບົດລາຍງານສະຫຼຸບຂາດຕົວງົບປະມານແຫ່ງລັດ ປີ 2016.