ລັດຖະທຳມະນູນຫວຽດນາມປີ 1992
(ພາບ:vietnam.vn)
(vovworld)- ຕອນບ່າຍວັນທີ 17/9, ລັດຖະບານຈັດວາລະປະຊຸມຫົວເລື່ອງສະເພາະປຶກສາຫາລືກ່ຽວກັບຮ່າງຄຳເຫັນຂອງລັດຖະບານ ທີ່ມີຕໍ່ຮ່າງລັດຖະທຳມະນູນ (ສະບັບປັບປຸງ). ຕາມຮ່າງຄຳເຫັນຂອງລັດຖະບານ ກ່ຽວກັບບາງເນື້ອໃນໃນຮ່າງລັດຖະທຳມະນູນ (ສະບັບປັບປຸງ), ສຳລັບ 9 ບັນຫາພື້ນຖານໄດ້ຮັບການຄົ້ນຄ້ວາປັບປຸງຕາມການຊີ້ນຳຂອງຄະນະກຳມະການຮຽບຮຽງລັດຖະທຳມະນູນ, ຮ່າງລັດຖະທຳມະນູນ (ສະບັບປັບປຸງ) ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຂອບຂະໜາດ, ຂອບເຂດປັບປຸງ (ທັງດ້ານເນື້ອໃນ, ໂຄງປະກອບບັນດາພາກ, ຂໍ້ມາດຕາ ແລະ ເຕັກນິກການສ້າງລັດຖະທຳມະນູນ). ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ເນັ້ນນັກວ່າ ຮ່າງລັດຖະທຳມະນູນ (ສະບັບປັບປຸງ) ມີເນື້ອໃນກ້ວາງຂວາງທີ່ສຸດ, ລວມມີຫຼາຍບັນຫາສຳຄັນຍິ່ງ ແລະ ສະເໜີໃຫ້ບັນດາຜູ້ແທນຈົ່ງເສີມຂະຫຍາຍພູມປັນຍາ, ນ້ຳໃຈຮັບຜິດຊອບ, ເສີມຂະຫຍາຍປະຊາທິປະໄຕ, ປະກອບຄຳເຫັນລະອຽດຢ່າງກົງໄປກົງມາເຂົ້າໃນບັນດາເນື້ອໃນຂອງຮ່າງລັດຖະທຳມະນູນ (ສະບັບປັບປຸງ), ສຸມໃສ່ໃຫ້ຄຳເຫັນກ່ຽວກັບການຕີລາຄາ ແລະ ສະເໜີປັບປຸງ ເພິ່ນເຕີມບັນດາຂໍ້ກຳນົດຂອງລັດຖະທຳມະນູນກ່ຽວກັບລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນກໍ່ຄືການພົວພັນສິດອຳນາດທີ່ກ່ຽວຂ້ອງໃນກົງຈັກລັດ.