ລັດຖະບານຊີ້ນຳການສຳຫຼວດກວດກາບັນດານະໂຍບາຍໜູນຊ່ວຍຄົນທຸກຍາກ
(ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ)
(vovworld) – ຕອນບ່າຍວັນທີ 13/10, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳຄະນະຊີ້ນຳສູນກາງ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະ ຍືນຍົງ, ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງການປ່ຽນແປງວິທີສຳພັດວັດແທກລະດັບທຸກຍາກ ໂດຍຕ້ອງມີການສຳຫຼວດກວດການະໂຍບາຍໜູນຊ່ວຍບັນດາຄອບຄົວທຸກຍາກໂດຍສັງເຂບທີ່ສຸດ, ຍ້ອນບັນດານະໂຍບາຍທ່ີສະຫງວນໃຫ້ບັນດາຄອບຄົວທຸກຍາກ, ຄົນທຸກຍາກ ພວມນອນໃນເກືອບທຸກຂົງເຂດຄື: ສາທາລະນະສຸກ, ການສຶກສາ, ກະສິກຳ. ນາຍົກລັດຖະມົນຕີຫາກໍອະນຸມັດຜ່ານແຜນຮ່າງສັງລວມ “ຫັນປ່ຽນວິທີສຳພັດວັດແທກລະດັບທຸກຍາກຈາກສົ້ນດຽວຫັນມາເປັນຫຼາຍສົ້ນ ທີ່ນຳໃຊ້ໃນໄລຍະ 2016 - 2020”. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຮຽກຮ້ອງໃຫ້ບັນດາກະຊວງທີ່ກ່ຽວຂ້ອງ ຈົ່ງສ້າງບາງເນື້ອໃນກ່ຽວກັບການດຸ່ນດ່ຽງດ້ານການເງິນ ແລະ ບັນດາກາຕີລາຄາບັນດາຜົນກະທົບສັງຄົມຈາກບັນດາວີທີການເພື່ອຍື່ນສະເໜີລັດຖະບານພິຈາລະນາໂດຍໄວ.