ລັດຖະບານຊີຣີຖະແຫຼງ ຖອນຕົວອອກຈາກ ສະຫະພັນທະເລເມດີເຕຣາເນ

ວັນ​ທີ 1/12, ລັດຖະບານ​ຊີຣີ​ໄດ້​ຖະ​ແຫຼງຈະຖອນ​ຕົວ​ອອກ​ຈາກ​ສະຫະພັນ​ທະ​ເລ​ເມ​ດີ​​ເຕຣາ​ເນ ຊື່​ງລວມມີ 27 ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ ຫລື ອີ​ຢູ ​ແລະ 16 ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ ​ເພື່ອ​ຕ້ານ​ຄືນ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ຈາກ​ອີ​ຢູ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຊີຣີຖື​ວ່າ ອີ​ຢູພວມ​ຈັດ​ວາງ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ທີ່​ບໍ່​ເໝາະ​ສົມ, ກໍ່​ຜົນ​ສະທ້ອນ​ເຖິງ​ຊີວິດ​ຂອງ​ປະຊາຊົນ​ຊີຣີ ພ້ອມ​ທັງ​ກ່າວ​ປະນາມ​ການ​ກະທຳນີ້​ແມ່ນ​ລະ​ເມີດອະທິປະ​ໄຕ​ຢ່າງຮ້າຍ​ແຮງ ​ແລະ​ແຊກ​ແຊງ​ເຂົ້າວຽກ​ງານ​ພາຍ​ໃນ​ຂອງ​ຊີຣີ. ​ແລະ​ກໍ່​ໃນ​ຖະ​ແຫຼງການ​ປະກາດ​ເມື່ອ​ວັນ​ທີ 1/12, ຊີ​ຣີ​ໃຫ້​ຮູ້​ວ່າ ຈະ​ຍົກ​ເລິກບັນດາ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ລະຫວ່າງ​ປະ​ເທດ​ນີ້ ​ກັບຕວກກີ​ທີ່​​ເຊີ່ງຜົນ​ບັງຄັບ​ໃຊ້​ນັບ​ແຕ່​ປີ 2007 ​ແລະ​ພວມ​ພິດ​ຈາລະ​ນາ​ບັນດາ​ມາດ​ຕະການ​​ໂຕ້​ຕອບ​ຕື່ມ​ອີກ​ເພື່ອ ຄັດຄ້ານ​ເລື່ອງ​ກ່ອນ​ໜ້ານັ້ນລັດຖະບານ​ຕວກກີ​ໄດ້​ປິດ​ລ້ອມ​ບັນຊີ​​ເງິນ​ຂອງ​ຊີຣີຢູ່​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ