ລັດຖະບານຊີຣີຮັບຮອງເອົາແຜນການສ້າງສາAleppoຄືນໃໝ່
ທະຫານຢູ່ Aleppo
(ພາບ: The Duran)
|
(vovworld) - ວັນທີ 7/1, ລັດຖະບານ ຊີຣີ ໄດ້ຮັບຮອງເອົາແຜນການເພື່ອແນໃສ່ຟື້ນຟູບັນດາການບໍລິການ, ຂະແໜງອຸດສາຫະກຳ ແລະ ປ້ອງກັນຄວາມສະຫງົບຂອງນະຄອນທາງພາກເໜືອ Aleppo ທີ່ເຄີຍຖືກສົງຄາມທຳລາຍ. ລັດຖະບານ ຊີຣີ ມີແຜນການຟື້ນຟູການສະໜອງໄຟຟ້າ, ນ້ຳ ແລະ ເຊື້ອໄຟເພື່ອຊ່ວຍໃຫ້ປະຊາຊົນກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ. ລັດຖະບານຊີຣີ ກໍ່ຮັບຮອງເອົາແຜນການຮີບດ່ວນໂດຍກະຊວງສຶກສາສະເໜີເພື່ອຟື້ນຟູໂຮງຮຽນ 50 ແຫ່ງຢູ່ນະຄອນ Aleppo ໃນຮອບເວລາ 6 ເດືອນ. ແຜນການນີ້ກໍ່ລວມມີການຟື້ນຟູສູນສາທາລະນະສຸກ 5 ແຫ່ງ ແລະ ໂຮງໝໍ 2 ແຫ່ງ ກໍ່ຄືບູລະນະກໍ່ສ້າງສ້ອມແປງສະໜາມບິນສາກົນຂອງ Aleppo ແລະ ເສັ້ນທາງລົດໄຟ 18 ກມ. ນອກຈາກນັ້ນ, ລັດຖະບານ ຊີຣີ ກໍ່ຄາດຄະເນຈະຟື້ນຟູບັນດາຂະແໜງອຸດສາຫະກຳຕົ້ນຕໍຢູ່ Aleppo, ເຊິ່ງແມ່ນນະຄອນເຄີຍເປັນສູນການຄ້າ ແລະ ອຸດສາຫະກຳຢູ່ຊີຣີ ໃນໄລຍະກ່ອນສົງຄາມ.