ລັດຖະບານຊົ່ວຄາວໄທຢັ້ງຢືນສາມັກຄີກັບກອງທັບ

ລັດຖະບານຊົ່ວຄາວໄທຢັ້ງຢືນສາມັກຄີກັບກອງທັບ - ảnh 1
ທ່ານນາງ ຍິ່ງລັກ ໄປກວດກາສູນປະຕິບັດຄຳສັ່ງ ແລະ ຮັກສາສັນຕິພາບຂອງຕຳຫຼວດ
(ພາບ:ສຳນັກຂ່າວສານ ຊິນຮວາ/TTXVN)


(vovworld) – ​ເມື່ອ​ຕອບ​ສຳພາດ​ຕໍ​ນັກ​ຂ່າວ​ກ່ຽວ​ກັບການພົວພັນ​ກັບ ກອງທັບ, ທ່ານ​ນາງ​ນາຍົກລັດຖະມົນຕີ ຊົ່ວຄາວ ຍິ່ງ​ລັກ ຊິນນະ​ວັດ ​ໃຫ້​ຮູ້​ວ່າ: ​​​ໄລຍະມໍ່ໆ​ມາ​ນີ້, ທ່ານ​ນາງ​ໄດ້​ຈັດ​ຕັ້ງ​ການ​ປຶກສາ​ຫາລື​ຄັ້ງ​ຕ່າງໆ​ກັບ​ບັນດາ​ການ​ນຳ​ກອງທັບ, ພ້ອມ​ທັງ​ຢືນຢັນ​ການ​ພົບ​ປະ​ໃນ​ວັນ​ທີ 5/3 ກັບ​ຜູ້​ບັນຊາ​ການ​ທະຫານ​ບົກ ປຣາຢຸດ ຈັນ​ໂອ​ຈາ ​ແມ່ນບໍ່​ກ່ຽວຂ້ອງ​ເຖິງ​ຂ່າວ​ລື​ກ່ຽວ​ກັບຄວາມ​ແຕກ​ແຫງລະຫວ່າງ​ລັດຖະບານ ​ແລະ ກອງທັບ​ອາດ​ຈະ​ພາ​ໄປ​ເຖິງ​ການກໍ່​ລັດຖະປະຫານ. ທ່ານ​ນາງ​ນາຍົກລັດຖະມົນຕີ ຍິ່ງ​ລັກ ​ເນັ້ນ​ໜັກ​ວ່າ: ການ​ປະຊຸມ​ຂ່າວ​ນັດ​ສາມັນ​ກັບ​ວົງ​ການ​ເຈົ້າ​ໜ້າ​ທີ່​ການ​ທະຫານ​ອາດ​ຈະ​ຊ່ວຍ​​ໃຫ້​ຫຼີກ​ລ້ຽງການເຂົ້າໃຈຜິດ ແລະ ການໃຊ້ຄວາມຮຸນແຮງ.

    ແລະກໍ່ໃນວັນດຽວກັນ, ຜູ້ບັນຊາການທະຫານບົກ ປຣາຢຸດ ກໍ່ຢືນຢັນວ່າ: ຝ່າຍກອງທັບຍາມໃດກໍ່ຮັກສາທັດສະນະເປັນກາງໃນວິກິດການການເມືອງໃນປະຈຸບັນຢູ່ໄທ, ພ້ອມທັງກະຕຸກຊຸກຍູ້ບັນດາຝ່າຍທີ່ກ່ຽວຂ້ອງຊອກຫາມາດຕະການສັນຕິພາບແທນ​ເລື່ອງສືບຕໍ່ປະທະກັນ.

 

ຂ່າວ/ບົດ​ອື່ນ