ລັດຖະບານບໍ່ດັດປັບບັນ ດາຄາດໝາຍດເສດ ຖະກິດສັງຄົມທີ່ໄດ້ ວາງອອກ
(ພາບ: vov.vn )
(vovworld)- ຕອນເຊົ້າວັນທີ 31/7, ລັດຖະບານສືບຕໍ່ວາລະປະຊຸມນັດສາມັນປະຈຳເດືອນ 7/2014 ເພື່ອແນໃສ່ຕີລາຄາສະພາບເສດຖະກິດສັງຄົມໃນເດືອນ 7/2014 ແລະ ໃນ 7 ເດືອນຕົ້ນປີໂດຍພາຍໃຕ້ການເປັນປະທານຂອງນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ. ຕາມການຕີລາຄາຂອງບັນດາທ່ານສະມາຊິກລັດຖະບານ, ສະພາບເສດຖະກິດສັງຄົມໃນເດືອນ 7/2014 ແລະ ໃນ 7 ເດືອນຕົ້ນປີສືບຕໍ່ຫັນປ່ຽນຕາມທິດຕັ້ງໜ້າ. ໄປເງິນເຟີ້ໃນເດືອນ 7 ໄດ້ຮັບການຄວບຄຸມໃນລະດັບ 1,62%, ວົງເງິນສົ່ງອອກໃນ 7 ເດືອນຜ່ານມາເພີ່ມຂຶ້ນກ່ວາ 14% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ ດ້ວຍຈຳນວນເງິນ 84 ຕື້ໂດລາສະຫະລັດ, ບັນດາຂົງເຂດຜະລິດກະສິກຳ, ການບໍລິການ, ຊີວິດສັງຄົມກໍ່ບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢຸງ ຊີ້ແຈ້ງວ່າ:
“ລັດຖະບານຕັດສິນໃຈບໍ່ດັດປັບຈຸດໝາຍ, ໜ້າທີ່ໃດໆ. ຍັງອີກ 5 ເດືອນ, ພວກເຮົາຈະເຫັນດີເຫັນພ້ອມວ່າຕ້ອງຮັກສາຄາດໝາຍທີ່ໄດ້ວາງອອກນັບແຕ່ຕົ້ນປີ, ສູ້ຊົນດ້ວຍບັນດາມາດຕະການຢ່າງຄົບຊຸດເພື່ອບັນລຸໄດ້ຈຸດໝາຍທີ່ວາງອອກ. ຂ້າພະເຈົ້າສະເໜີບັນດາທ່ານຮອງນາຍົກລັດຖະມົນຕີ, ທ່ານລັດຖະມົນຕີຈົ່ງຊຸກຍູ້ຜັນຂະຫຍາຍການປະຕິບັດຢ່າງຂ້ຽວຂາດ“