ລັດ​ຖະ​ບານ​ປະ​ກາດ​ໃຊ້ ມະ​ຕິ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກໂລກ​ລະ​ບາດ Covid– 19

(VOVWORLD) -ລັດຖະບານຫາກໍ່ປະກາດໃຊ້ມະຕິວ່າດ້ວຍບັນດາມາດຕະການໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດ Covid– 19. 
ລັດ​ຖະ​ບານ​ປະ​ກາດ​ໃຊ້ ມະ​ຕິ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກໂລກ​ລະ​ບາດ Covid– 19 - ảnh 1ກອງປະຊຸມຂອງ ລັດຖະບານ (ພາບ: VGP) 

ຕາມນັ້ນແລ້ວ, ຜູ້ອອກແຮງງານທີ່ເຮັດວຽກຕາມລະບອບສັນຍາແຮງງານຕ້ອງຕົກລົງກັນຢຸດຕິຊົ່ວຄາວການປະຕິບັດສັນຍາແຮງງານ, ພັກວຽກບໍ່ໄດ້ຮັບເງິນເດືອນແຕ່ 1 ເດືອນຂຶ້ນໄປ ຍ້ອນບັນດາວິສາຫະກິດປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດ Covid– 19, ເຊິ່ງບໍ່ມີລາຍຮັບ ຫຼືບໍ່ມີແຫຼ່ງການເງິນເພື່ອຈ່າຍເງິນເດືອນນັ້ນ ແມ່ນໄດ້ຮັບການໜູນຊ່ວຍດ້ວຍລະດັບເງິນ 1,8 ລ້ານດົ່ງ/ຄົນ/ເດືອນ. ໄລຍະເວລາໜູນຊ່ວຍຈະອີງໃສ່ເວລາຕົວຈິງຂອງການຢຸດຕິຊົ່ວຄາວໃນການປະຕິບັດສັນຍາແຮງງານ, ພັກວຽກບໍ່ໄດ້ຮັບເງິນເດືອນ, ຕາມສະພາບການຕົວຈິງຂອງໂລກລະບາດ. ຄອບຄົວດຳເນີນທຸລະກິດເອກະເທດທີ່ມີລາຍຮັບ ແຈ້ງເສຍອາກອນຕ່ຳກ່ວາ 100 ລ້ານດົ່ງ/ປີ ທີ່ຢຸດຕິການດຳເນີນທຸລະກິດຊົ່ວຄາວແຕ່ວັນທີ 1 ເມສາ 2020 ຈະໄດ້ຮັບເງິນໜູນຊ່ວຍ 1 ລ້ານດົ່ງ/ຄອບຄົວ/ເດືອນ ຕາມສະພາບການຕົວຈິງຜັນແປຂອງໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ