ລັດຖະບານມີຄວາມມານະພະຍາຍາມສູງສຸດ ເພື່ອປະຕິບັດສຳເລັດບັນດາຈຸດໝາຍໜ້າທີ່ປີ 2014

ລັດຖະບານມີຄວາມມານະພະຍາຍາມສູງສຸດ ເພື່ອປະຕິບັດສຳເລັດບັນດາຈຸດໝາຍໜ້າທີ່ປີ 2014 - ảnh 1
ກອງ​ປະຊຸມ​ ​ປະຈຳ​​ເດືອນ 8/2014
(ພາບ: chinhphu.vn)


(vovworld) - ວັນ​ທີ 27 ​​ແລະ 28/8, ຢູ່ ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸ້ງ, ລັດຖະບານ​ໄດ້​ຈັດກອງ​ປະຊຸມ​ ​ປະຈຳ​​ເດືອນ 8/2014.

        ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸ້ງ ຕີ​ລາຄາ​ວ່າພາຍ​ໃຕ້​ການ​ຊີ້​ນຳ, ນຳພາ​ຂອງ​ພັກ, ຄວາມ​ມານະ​ພະຍາຍາມ​ລວມຂອງ​ທັງ​ລະບົບ​ການ​ເມືອງ, ກໍ່​ຄືທົ່ວ​ປວງ​ຊົນ​, ​ໃນ 8 ​ເດືອນ​ຕົ້ນ​ປີ 2014, ສະພາບ​ເສດຖະກິດ - ສັງຄົມ​ສືບ​ຕໍ່​ມີການຫັນປ່ຽນ​ຢ່າງ​ຕັ້ງໜ້າ, ສະໝຳ່ສະ​ເໝີ​ໃນ​ທຸກ​ດ້ານ. ຜົນງານ​ທີ່​ບັນລຸ​ໄດ້​ແມ່ນ​ຮອບດ້ານ​ພໍ​ສົມຄວນ​ໃນ​ທຸກ​ຂົງ​ເຂດ; ພື້ນຖານ​ເສດຖະກິດມະຫາ​ພາກ​ນັບ​ມື້​ນັບ​ໝັ້ນຄົງ ​ເຂັ້ມ​ແຂງ​ກວ່າ; ​ໄພ​​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸ​ມ​ໄວ້​ໃນ​ລະດັບ​ຕໍ່າ.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ນຳ​ວ່າ, ​ໃນ 4 ​ເດືອ​ນທີ່​ຍັງ​ເຫຼືອ​ຂອງ​ປີ 2014, ຈິດ​ໃຈ​ລວມ​ແມ່ນຕ້ອງ​ຢືດໝັ້ນ​ຈຸດໝາຍ​ສັງ​ລວມ, ຕ້ອງ​ມານະ​ພະຍາຍາມ​ສູງ​ສຸດ​ເພື່ອ​ປະຕິບັດ​​ບັນດາ​ໜ້າ​ທີ່, ຈຸດ​ໝາຍ​​ທີ່​ໄດ້​ວາງ​ອອກ​ໃນ​ປີ 2014 ​ໃຫ້​ມີ​ປະສິດທິ​ຜົນ. ສ້າງ​ປະຖົມ​ປັດ​ໃຈ, ພື້ນຖານ​​ໃຫ້​ແກ່​ການ​ພັດທະນາ ​ແລະ ການ​ເຕີບ​ໂຕ​ສູງ​ກວ່າ​ໃນ​ປີ 2015 ​ແລະ ຊຸມ​ປີ​ຕໍ່​ໄປ. ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ສືບ​ຕໍ່​ກວດກາ​ຄືນ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ການ​ຜະລິດ ​ດຳ​ເນີນ​ທຸລະ​ກິດ, ຊຸກຍູ້​ການ​ເຕີບ​ໂຕ​ໃຫ້ທັງ 3 ​ຂົງເຂດຄື ​ກະສິກຳ, ອຸດສາຫະກຳ ​ແລະ ການ​ບໍລິການ; ສູ້​ຊົນ​ບັນລຸ​ລະ​ດັບ​ເຕີບ​ໂຕ GDP ​ໃຫ້​ທັງ​ປີ​ແມ່ນ 5,8%. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸ້ງ ​ໃສ່​ໃຈ​ບັນດາ​ກະຊວງ, ຂະ​ແໜງ​ການ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ ​ກຳລັງ​ຄວາມ​ສາມາດ​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ; ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ​ໃນ​ທົ່ວ​ສັງຄົມຢ່າງຄົບຊຸດ; ສືບ​ຕໍ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ພົວພັນ​ກັບ​ຕ່າງປະ​ເທດ ​ແລະ ການ​ເຊື່​ອມ​ໂຍງ​ເຂົ້າ​ກັບ​ສາກົນ, ປະກອບສ່ວນ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ ​ແລະ ຍົກ​ສູງ​ທີ່​ຕັ້ງ, ບົດບາດ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ.

ຂ່າວ/ບົດ​ອື່ນ