(vovworld) – ຕາມແຫຼ່ງຂ່າວທີ່ເປັນທາງການ, ເຊິ່ງໄດ້ປະກາດໃນວັນທີ 01/11, ລັດຖະບານມຽນມາ ແລະ 8 ໃນຈຳນວນ 15 ກຸ່ມປະກອບອາວຸດເຊື້ອຊາດຜິວພັນ ທີ່ເຂົ້າຮ່ວມການລົງນາມໃນຂໍ້ຕົກລົງຢຸດຍິງທົ່ວປະເທດ (NCA) ໄດ້ເຫັນດີຕໍ່ບາງບາດກ້າວພາຍຫຼັງລົງນາມໃນຂໍ້ຕົກລົງນີ້. ເນື້ອໃນດັ່ງກ່າວບັນລຸໄດ້ທີ່ກອງປະຊຸມຄັ້ງທຳອິດຂອງຄະນະກຳມະການຕິດຕາມກວດກາການຢຸດຍິງຮ່ວມ (JCMC) ທີ່ແກ່ຍາວເປັນເວລາ 3 ວັນ, ຢູ່ສູນສັນຕິພາບມຽນມາ ເຊິ່ງສິ້ນສຸດລົງໃນວັນທີ 31/10 ຜ່ານມາ. ເຈົ້າໜ້າທີ່ຂອງສູນສັນຕິພາບມຽນມາ ທ່ານໜຶ່ງໃຫ້ຮູ້ວ່າ, ການກຳນົດເສັ້ນຊາຍແດນແຕ່ລະຝ່າຍ ແລະ ບັນດາກົນໄກຕິດຕາມກວດກາເຊິ່ງຝ່າຍຕ່າງໆໄດ້ເຫັນດີ ອາດສາມາດຫຼຸດຜ່ອນຄວາມສ່ຽງທີ່ເຮັດໃຫ້ການປະທະກັນເກີດຂຶ້ນຄືນໃໝ່. ບັນດາກົນໄກຈະອະນຸຍາດໃຫ້ 2 ຝ່າຍຮັບມືກັບການປະທະກັນຄັ້ງຕ່າງໆອາດຈະເກີດຂຶ້ນໃນໄລຍະຂ້າມຜ່ານ ກ່ອນທີ່ດຳເນີນໂຄງການຕິດຕາມກວດກາການຢຸດຍິງມີຜົນສັກສິດ. ຄະນະກຳມະການດັ່ງກ່າວໄດ້ກຳນົດເວລາດຳເນີນກອງປະຊຸມຄັ້ງຕໍ່ໄປໃນວັນທີ 16/11 ຈະມາເຖິງ ຢູ່ນະຄອນຫຼວງ Nay Pyi Taw.