ລັດຖະບານລາວເອົາໃຈໃສ່ຕໍ່ການຮ່ວມມືໃນທຸກຂົງເຂດກັບແຂວງເຫງ້ອານ
ທ່ານ ທອງລຸນ ສີສຸລິດ ເຮັດວຽກຢູ່ແຂວງ ເຫງ້ອານ
(ພາບ: baonghean.vn)
(vovworld) – “ໂດຍສືບຕໍ່ເພີ່ມທະວີການພົວພັນລະຫວ່າງ 2 ປະເທດ ຫວຽດນາມ - ລາວ ໃນທຸກຂົງເຂດ, ສຳລັບແຂວງ ເຫງ້ອານ, ລັດຖະບານ ລາວ ຈະເອົາໃຈໃສ່ສ່ວນຫລາຍໃນການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ແລະ ໃນຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ, ຊາຍແດນ”. ນັ້ນແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສປປ.ລາວ ທອງລຸນ ສີສຸລິດ ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເຫງ້ອານ ເມື່ອຕອນບ່າຍວັນທີ 29/7. ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງບັນດາແຂວງເພື່ອນມິດຂອງ ລາວ ກັບ ແຂວງ ເຫງ້ອານ ໄດ້ເພີ່ມທະວີໃນຫລາຍຂົງເຂດ. ການສົ່ງອອກບັນລຸກ່ວາ 33 ລ້ານ USD, ການນຳເຂົ້າບັນລຸ 21,7 ລ້ານ USD. ແຂວງ ເຫງະອານໄດ້ສະເໜີຕໍ່ລັດຖະບານ ລາວ ຕ້ອງຍົກລະດັບດ່ານຊາຍແດນ ນ້ຳໂອນ - ແທງທຸຍ ເປັນດ່ານຊາຍແດນສາກົນ. ພ້ອມທັງ, ຊີ້ນຳຍູ້ໄວລະດັບການກໍ່ສ້າງ, ສຳເລັດເສັ້ນທາງຈາກໃຈກາງເມືອງ ປາກຊັນ ແລະ ໄຊຈຳປອນ ຮອດດ່ານຊາຍແດນ ແທງທຸຍ, ເຫງ້ອານ ສ້າງເງື່ອນໄຂເຂົ້າອອກເມືອງ, ພັດທະນາເສດຖະກິດລະຫວ່າງ 2 ປະເທດ
ທ່ານຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢືນຢັນວ່າ: ລາວ - ຫວຽດນາມ ແມ່ນ 2 ປະເທດມີສາຍພົວພັນມິດຕະພາບພິເສດ. ຝ່າຍ ລາວ ຈະສືບຕໍ່ເພີ່ມທະວີສາຍພົວພັນກັບ ຫວຽດນາມ ໃນທຸກຂົງເຂດ ໃນນັ້ນມີແຂວງ ເຫງ້ອານ.