(vovworld) - ວັນທີ 4/4, ແວບໄຊ http://nguoidan.chinhphu.vn ໄດ້ເລີ່ມເຄື່ອນໄຫວຢ່າງເປັນທາງການ. ນີ້ແມ່ນແວບໄຊ ຖາມ - ຕອບລະຫວ່າງລັດຖະບານກັບປະຊາຊົນໂດຍທ່ານ ມາຍຕ໋ຽນຢູ້ງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຊີ້ນຳປະຕິບັດໂດຍກົງ. ແວບໄຊໄດ້ຮັບການສ້າງຕັ້ງຂຶ້ນເພື່ອແນໃສ່ຫັນຄວາມຕັດສິນໃຈຂອງລັດຖະບານເປັນຈິງ, ນາຍົກລັດຖະມົນຕີກ່ຽວກັບການກໍ່ສ້າງລັດຖະບານແຫ່ງການສ້າງສັນພັດທະນາ, ຍຸຕິທຳ, ການເຄື່ອນໄຫວຢ່າງຂ້ຽວຂາດ, ຮັບໃຊ້ປະຊາຊົນໃຫ້ປະກົດຜົນເປັນຈິງ. ທ່ານ ມາຍຕ໋ຽນຢູ້ງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ໃຫ້ຮູ້ວ່າ:
“ລັດຖະບານຢາກຮັບຟັງຄຳເຫັນຂອງປະຊາຊົນ, ຈາກບັນຫາຮ້ອນເຮັ່ງຕະຫຼອດຮອດວຽກງານປະຕິບັດກົນໄກ, ລະບອບຢູ່ທ້ອງຖິ່ນ. ລັດຖະບານຖືເລື່ອງລະດົມກຳລັງແຮງຂອງທົ່ວປວງຊົນໃນບັນຫາປະຕິບັດ, ໃນການຈັດຕັ້ງປະຕິບັດບັນດາໜ້າທີ່ແມ່ນສຳຄັນທີ່ສຸດ. ອາດຈະເວົາວ່ານັ້ນແມ່ນການກໍ່ສ້າງລະບົບອຳນາດການປົກຄອງ ຈາກສູນກາງລົງຮອດທ້ອງຖິ່ນຢ່າງໂປ່ງໃສ, ທັນສະໄໝ ແລະ ມີປະສິດທິຜົນ. ຜ່ານວຽກງານນີ້ກໍ່ເພື່ອແນໃສ່ຊ່ວຍໃຫ້ລັດຖະບານ, ອົງການບໍລິຫານສູນກາງ ປັບປຸງການປະຕິບັດກົດໝາຍ”