ລັດຖະບານສະເໜີ ຜັນຂະຫຍາຍ ຍຸດ ທະສາດວຽກງານ ຖະແຫຼງຂ່າວຕໍ່ຕ່າງປະເທດ
ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung
|
Vovworld- ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ສະເໜີບັນດາກະຊວງ, ອົງການສຳນັກງານທຽບເທົ່າກະຊວງ, ອົງການສຳນັກງານ ທີ່ຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນ ບັນດາແຂວງ, ນະຄອນ ທີ່ຂຶ້ນກັບສູນກາງ ຈົ່ງສຸມໃສ່ ຜັນຂະຫຍາຍປະຕິບັດຍຸດທະສາດພັດທະນາວຽກງານຖະແຫຼງຂ່າວຕໍ່ຕ່າງປະເທດໄລຍະ 2011 – 2020. ຍຸດທະສາດພັດທະນາວຽກງານຖະແຫຼງຂ່າວຕໍ່ຕ່າງປະເທດໄລຍະ 2011 – 2020 ຂອງຫວຽດນາມໄດ້ກຳນົດຢ່າງຈະແຈ້ງວ່າ: “ວຽກງານຖະແຫຼງຂ່າວຕໍ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ສຳຄັນທີ່ສຸດໃນວຽກງານໂຄສະນາ ແລະ ວຽກງານແນວຄິດຂອງພັກ; ແມ່ນໜ້າທີ່ເປັນປະຈຳ ແລະ ຍາວນານ ” . ເພື່ອຜັນຂະຫຍາຍປະຕິບັດຍຸດທະສາດດັ່ງກ່າວ, ທ່ານນາຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ສະເໜີບັນດາກະຊວງ, ອົງການສຳນັກງານທຽບເທົ່າກະຊວງ, ອົງການສຳນັກງານທີ່ຂຶ້ນ ກັບລັດຖະບານ, ຄະນະກຳມະການ ປະຊາຊົນບັນດາແຂວງ, ນະຄອນທີ່ຂຶ້ນກັບ ສູນກາງຈົ່ງສົມທົບກັບບັນດາ ອົງການສຳນັກງານທີ່ມີໜ້າທີ່ຮັບຜິດຊອບຂອງພັກ, ຈັດຕັ້ງເຜີຍແຜ່, ຊາບຊຶມເນື້ອໃນຍຸດທະສາດພັດທະນາວຽກງານຖະແຫຼງຂ່າວຕໍ່ ຕ່າງປະເທດໄລຍະ 2011 – 2020 ໃຫ້ແກ່ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ກ່ອນວັນທີ 31/12/2012. ພ້ອມກັນນັ້ນ ກໍຮີບເຮັ່ງຊັບຊ້ອນ ຫົວໜ່ວຍ, ພະນັກງານ ຮັບຜິດຊອບການປະຕິບັດ ວຽກງານຖະແຫຼງຂ່າວຕໍ່ຕ່າງ ປະເທດ; ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ ສ້າງໂຄງການດຳເນີນງານຂອງລັດຖະບານ ປະຕິບັດຍຸດທະສາດພັດທະນາວຽກງານຖະແຫຼງຂ່າວຕໍ່ຕ່າງ ປະເທດໄລຍະ 2011 – 2020.