ທ່ານລັດຖະມົນຕີ, ຫົວໜ້າຫ້ອງ
ວ່າການລັດຖະບານ ມາຍຕ໋ຽນຢຸງ
(vovworld) - ເລີ່ມແຕ່ວັນທີ 05/10 ໜ່ວຍງານຊ່ວຍວຽກໃຫ້ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຈະຮັບເອົາບັນດາຂໍ້ມູນຂ່າວສານຂອງວິສາຫະກິດໂດຍກົງ ໂດຍຜ່ານເວັບໄຊຂອງລັດຖະບານ ເພື່ອຮັບຟັງການສ່ອງແສງ, ຄຳເຫັນ, ຂໍ້ສະເໜີແນະຂອງວິສາຫະກິດສຳລັບລັດຖະບານ. ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໋ຽນຢຸງ ໃຫ້ຮູ້ຄືດັ່ງກ່າວ ທີ່ການປະຊຸມຂ່າວສາມັນຂອງລັດຖະບານປະຈຳໄລຍະໃນຕອນບ່າຍວັນທີ 04/10 ຢູ່ ຮ່າໂນ້ຍ. ເລື່ອງດາວໂລດ, ລົງບັນດາຂໍ້ມູນຂ່າວຢ່າງກະຈ່າງແຈ້ງ, ເປີດເຜີຍຕົ້ນຕໍແມ່ນການສະແດງສານທີ່ວ່າ: ສ້າງລັດຖະບານໃຫ້ມີຄວາມຊື່ສັດບໍລິສຸດ, ມີຄວາມກະຈ່າງແຈ້ງ ແລະ ມຸ່ງໄປເຖິງວິສາຫະກິດ, ຮັບໃຊ້ວິສາຫະກິດ, ທ່ານ ມາຍຕຽນຢຸງ ໃຫ້ຮູ້ວ່າ:
“ນີ້ແມ່ນເວັບໄຊຂອງລັດຖະບານກັບວິສາຫະກິດ, ກ້າວໄປເຖິງຈະມີເວັບໄຊຂອງລັດຖະບານກັບປະຊາຊົນ. ດັ່ງນັ້ນ ຂໍ້ມູນຂ່າວສານຂອງວິສາຫະກິດກັບລັດຖະບານ ແລະ ຄຳຕອບຂອງລັດຖະບານໄດ້ຮັບການເປີດເຜີຍ, ຢ່າງກະຈ່າງແຈ້ງ. ໂດຍຜ່ານລະບົບດັ່ງກ່າວ, ບັນດາຂໍ້ສະເໜີແນະຂອງວິສາຫະກິດ, ບັນດາຄວາມຫຍຸ້ງຍາກຂໍ້ຕິດຂັດຂອງວິສາຫະກິດໃນວິວັດການຜະລິດດຳເນີນທຸລະກິດ, ພິເສດແມ່ນກົນໄກນະໂຍບາຍ, ບັນດາການຕິດຕໍ່ຄ້າຂາຍ, ລາຍຈ່າຍໂດຍກົງຕ່າງໆ…ຈະມີຄຳຕອບຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ. ຫ້ອງວ່າການລັດຖະບານ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຈະສ້າງຕັ້ງໜ່ວຍປະຕິບັດງານ ເພື່ອກະຕຸກຊຸກຍູ້ການກວດກາ ແລະ ຕອບຄຳຖາມໂດຍກົງໃຫ້ວິສາຫະກິດໃນນາມແມ່ນລັດຖະບານຕອບໃຫ້ວິສາຫະກິດ. ”
ເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ດີກ່ວາ, ທ່ານລັດຖະ ມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໋ຽນຢຸງ ໃຫ້ຮູ້ວ່າ: ໄລຍະຜ່ານມາ, ລັດຖະບານໄດ້ສຸມໃສ່ປຶກສາຫາລືສ້າງລະບອບລະບຽບການ. ໂດຍລະອຽດແມ່ນສ້າງກົດໝາຍເພື່ອປັບປຸງກົດໝາຍ 12 ສະບັບທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍການລົງທຶນ, ຍື່ນສະເໜີຕໍ່ສະພາແຫ່ງຊາດ ເພື່ອຮັບຮອງເອົາກົດໝາຍວ່າດ້ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ.