ກອງປະຊຸມປະຈຳເດືອນ 6 ຂອງລັດຖະບານຫວຽດນາມ
ພາບ:VGP
|
(vovworld) – ຕອນເຊົ້າວັນທີ 28/6, ລັດຖະບານໄດ້ປຶກສາຫາລືຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍ ກ່ຽວຂ້ອງເຖິງຮ່າງກົດໝາຍວ່າດ້ວຍພາສີ ແລະ ຂົງເຂດສຳຄັນອື່ນໆອີກຈຳນວນໜຶ່ງ. ຕາມການຕີລາຄາທີ່ກອງປະຊຸມ, ພາຍຫຼັງປະຕິບັດມາເປັນເວລາ 10 ປີ, ກົດໝາຍວ່າດ້ວຍພາສີໄດ້ປະກອບສ່ວນຊຸກຍູ້ວິວັດການປະຕິຮູບການ ບໍລິຫານ, ສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກໃຫ້ແກ່ການລົງທຶນ, ດຳເນີນທຸລະກິດພັດທະນາ, ຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ, ສິດຜົນປະໂຫຍດອະທິປະໄຕ ແລະ ຄວາມສະຫງົບແຫ່ງຊາດ. ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່, ກົດໝາຍວ່າດ້ວຍພາສີຕ້ອງໄດ້ຮັບການປັບປຸງ, ເພີ່ມເຕີມ ແລະ ສ້າງສຳເລັດບາງຂໍ້ກຳນົດ ເພື່ອຍູ້ແຮງການຫັນການເຄື່ອນໄຫວພາສີເປັນທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພື້ນຖານເສດຖະກິດຕະຫຼາດໃຫ້ດີກ່ວາ ອີກ. ບັນດາສະມາຊິກລັດຖະບານ ໄດ້ສຸມໃສ່ປະກອບຄຳເຫັນກ່ຽວກັບເຂດເຄື່ອນໄຫວຂອງລັດຖະບານພາສີ, ຄວາມຮັບຜິດຊອບຂອງບັນດາອົງການພາສີໃນການປ້ອງກັນ, ຕ້ານການຂາຍເຖື່ອນ, ຂົນສົ່ງສິນຄ້າຜ່ານຊາຍແດນຢ່າງຜິດກົດໝາຍ ແລະ ຈັດຕັ້ງກົງຈັກພາສີ. ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ມອບໝາຍໃຫ້ກະຊວງການເງິນ, ຫ້ອງວ່າການລັດຖະບານ, ກະຊວງ ຍຸຕິທຳສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຮັບເອົາ, ສ້າງສຳເລັດຮ່າງກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ), ເພື່ອຢືນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນກ່ອນທີ່ຢືນສະເໜີຕໍ່ສະພາແຫ່ງຊາດປຶກສາຫາລື, ຮັບຮອງເອົາ.
ກໍ່ໃນວາລະປະຊຸມໃນຕອນເຊົ້າວັນດຽວກັນ, ລັດຖະບານໄດ້ປຶກສາຫາລື ບາງເນື້ອໃນຂອງຮ່າງກົດໝາຍວ່າດ້ວຍການເຂົ້າ, ອອກເມືອງ, ພັກອາໄສຂອງຊາວຕ່າງປະເທດຢູ່ ຫວຽດນາມ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 27/6, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ເປັນປະທານກອງປະຊຸມປະຈຳເດືອນ 6 ຂອງລັດຖະບານ ໂດຍສຸມໃສ່ຕີລາຄາສະພາບການເສດຖະກິດສັງຄົມ, ວຽກງານຊີ້ນຳ, ບໍລິຫານຂອງລັດຖະບານໃນ 6 ເດືອນຕົ້ນປີ ແລະ ເປັນເອກະພາບບັນຫາຈຸດສຸມໃນ 6 ເດືອນທ້າຍປີ. ຕາມການຕີລາຄາຂອງບັນດາກະຊວງ, ຂະແຫນງການສູນກາງ ແລະ ບັນດາທ້ອງຖິ່ນ, ບັນດາມາດຕະການວາງອອກໃນບັນດາມະຕິຂອງລັດຖະບານ, ເປັນຕົ້ນແມ່ນມະຕິເລກທີ 02 ກ່ຽວກັບບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ, ຫນູນຊ່ວຍຕະຫລາດ, ແກ້ໄຂຫນີ້ເສຍ ສາມາດແກ້ໄຂຢ່າງຕັ້ງຫນ້າບັນດາສິ່ງທ້າທາຍຂອງພື້ນຖານເສດຖະກິດໃນຕໍ່ຫນ້າກໍຄືຮັບປະກັນເສດຖະກິດມະຫາພາກເປັນປົກກະຕິເພື່ອການເຕີບໂຕແບບຍືນຍົງແລະຍາວນານ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເຫນີບັນດາທ້ອງຖິ່ນຈົ່ງສຸມໃສ່ປຶກສາຫາລື, ຕີລາຄາການຊີ້ນຳບໍລິຫານຂອງລັດຖະບານ, ສຸມໃສ່ໄຈ້ແຍກສາຍເຫດ, ວາງອອກບັນດາມາດຕະການແກ້ໄຂບັນດາບັນຫາເກີດຂຶ້ນຂອງພື້ນຖານເສດຖະກິດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ:
“ກະສິກຳແມ່ນບັນຫາພື້ນຖານຂອງປະເທດຊາດ, ຂອງພື້ນຖານເສດຖະກິດ ແລະ ໃນ 6 ເດືອນຕົ້ນປີ, ຂົງເຂດນີ້ມີການເຕີບໂຕ ແຕ່ບັນລຸລະດັບຕຳ່ກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະນັ້ນ ພວກເຮົາຕ້ອງຊອກຮູ້ສາຍເຫດແມ່ນຫຍັງ ແລະ ວາງອອກມາດຕະການແກ້ໄຂໃຫ້ແກ່ໄລຍະຈະມາເຖິງ.”
ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນເຕີນຢຸງ ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຈົ່ງສືບຕໍ່ສຸມໃສ່ປະຕິບັດບັນດາມາດຕະການເງິນຕາ, ປີງົບປະມານ, ອັດຕາແລກປ່ຽນ, ລາຄາ, ຕະຫລາດ, ເພື່ອແນໃສ່ຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສູ້ຊົນບັນລຸຈຸດໝາຍ GDP ເພີ່ມ 5,5% ໃນທັງປີນີ້. ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນເຕີນຢຸງ ເນັ້ນໜັກວ່າ:
“ຂ້າພະເຈົ້າສະເໜີໃຫ້ເອົາໃຈໃສ່ເພີ່ມເຫລືອໜີ້ສິນເຊື່ອໃຫ້ແກ່ບັນດາຂົງເຂດໃຫ້ບຸລິມະສິດຄື: ກະສິກຳ, ການສົ່ງອອກ, ອຸດສາຫະກຳສຳຮອງ. ສູ້ຊົນນຳເຫລືອໜີ້ສິນເຊື່ອເຂົ້າຖືກບ່ອນ, ຖືກກັບບັນດາວິສາຫະກິດມີແງ່ຫວັງພັດທະນາ, ມີຜະລິດຕະພັນຈຳໜ່າຍ, ມີຕະຫລາດຈຳໜ່າຍ, ເຂົ້າໃນຂົງເຂດທີ່ມີຄວາມຮຽກຮ້ອງຕ້ອງການ, ຕ້ອງສຸມໃສ່, ຖ້າບໍ່ເຮັດໄດ້ຄືແນວນັ້ນຈະກໍ່ຄວາມໜັກໜ່ວງໃຫ້ພື້ນຖານເສດຖະກິດ”./.