ລັດ​ຖະ​ບານ​ຫວຽດ​ນາມຍາມ​ໃດ​ກໍຕັດ​ສິນ​ໃຈປະ​ຕິ​ບັດ​ສຳ​ເລັດ​​ແຜນ​ງານດຳ​ເນີນ​ງານ 2030 ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -   "ລັດຖະບານຫວຽດນາມຍາມໃດກໍຕັດສິນໃຈປະຕິບັດສຳເລັດແຜນງານດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ". ນີ້ແມ່ນການຄຳຢັ້ງຢືນຂອງທ່ານຫວູດຶກດາມຮອງນາຍົກລັດຖະມົນຕີຫວຽດນາມທີ່ການຕ້ອນຮັບທ່ານນາງ Caitlin Wiesen ຫົວໜ້າຄະນະຜູ້ຕາງໜ້າ ໂຄງການພັດທະນາສະຫະປະຊາຊາດ (UNDP), ໃນຕອນບ່າຍວັນ 11 ທັນວາ, ທີ່ນະຄອນຫຼວງຮ່າໂນ້ຍ.
ລັດ​ຖະ​ບານ​ຫວຽດ​ນາມຍາມ​ໃດ​ກໍຕັດ​ສິນ​ໃຈປະ​ຕິ​ບັດ​ສຳ​ເລັດ​​ແຜນ​ງານດຳ​ເນີນ​ງານ 2030 ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານຫວູດຶກດາມຮອງນາຍົກລັດຖະມົນຕີຫວຽດນາມທີ່ການຕ້ອນຮັບທ່ານນາງ Caitlin Wiesen ຫົວໜ້າຄະນະຜູ້ຕາງໜ້າ ໂຄງການພັດທະນາສະຫະປະຊາຊາດ  (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີຫວຽດນາມກໍ່ໃຫ້ຮູ້ວ່າ: ລັດຖະບານຫວຽດນາມໄດ້ຕັ້ງໜ້າປະຕິບັດແຜນນະໂຍບາຍນຳເອົາການພັດທະນາແບບຍືນຍົງ (SDGs) ເຂົ້າໃນທຸກຍຸດທະສາດ, ແຜນງານການພັດທະນາແຫ່ງຊາດ; ສ້າງລະບອບລະບຽບການ, ນະໂຍບາຍກ່ຽວກັບການພັດທະນາແບບຍືນຍົງໃຫ້ສຳເລັດ; ເພີ່ມທະວີການສົມທົບກັນລະຫວ່າງລັດຖະບານ, ວິສາຫະກິດ, ອົງການຈັດຕັ້ງພາຍໃນປະເທດແລະປະຊາຄົມສາກົນໃນການປະຕິບັດ SDGs. ລັດຖະບານຫວຽດນາມສະເໜີໃຫ້ UNDP ໜູນຊ່ວຍໃນການຄົ້ນຄວ້າ, ຜັນຂະຫຍາຍບາງການເຄື່ອນໄຫວໂດຍແນໃສ່ຊຸກຍູ້ບັນດາບັນຫາທີ່ໃຫ້ບຸລິມະສິດແກ່ ຫວຽດນາມຢູ່ ອົງການສະຫະປະຊາຊາດກໍ່ຄືການເຄື່ອນໄຫວປົກປັກຮັກສາສັນຕິພາບ, ປົກປ້ອງແມ່ຍິງ ແລະ ເດັກນ້ອຍ. ຫວຽດນາມກໍ່ມີຄວາມປາດຖະໜາຢາກໃຫ້ UNDP ຊ່ວຍເພີ່ມທະວີການຄົ້ນຄວ້າແລະໄຈ້ແຍກທ່າອ່ຽງການເຕີບໂຕພາຍໃນປະເທດແລະຕ່າງປະເທດ, ບັນດາບັນຫາສັງຄົມ, ຈາກນັ້ນ ກໍ່ຍົກອອກບັນດາບັນຫາທີ່ຄວນໃຫ້ບຸລິມະສິດໃນການແກ້ໄຂ.

        ສ່ວນທ່ານນາງ Caitlin Wiesen ກໍຢັ້ງຢືນວ່າ: ດ້ວຍບົດບາດເປັນອົງການຊ່ວຍເຫຼືອພັດທະນາແຖວໜ້າຂອງສະຫະປະຊາຊາດ, UNDP ມີຄວາມອາດສາມາດໃນການສຳຜັດກັບບັນດາບົດຮຽນທາງດ້ານພຶດຕິກຳຕົວຈິງເພື່ອຜັນຂະຫຍາຍໂຄງການ ແລະ ຂໍ້ສະເໜີນະໂຍບາຍຂອງບັນດາຫ້ອງການ UNDP ໃນທົ່ວໂລກ, ກໍ່ຄືເພີ່ມທະວີເຄືອຂ່າຍຄູ່ຮ່ວມມືພັດທະນາໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ