ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ໋ນຢຸງ
ຕ້ອນຮັບລັດຖະມົນຕີວ່າການກະຊວງການຕ່າງປະເທດຟິລິບປິນ
(ພາບ: infonet)
(vovworld) - ຕອນບ່າຍວັນທີ 21/10, ໃນການຕ້ອນຮັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຟິລິບປິນ Albert del Rosario ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ໋ນຢຸງ ໄດ້ຢືນຢັນວ່າ: ລັດຖະບານຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດຟິລິບປິນລົງທຶນ,ດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ກໍ່ຢືນຢັນເຖິງນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບຟິລິບປິນ ເຮັດໃຫ້ການພົວພັນລະຫວ່າງສອງປະເທດພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ຮອບດ້ານ ແລະ ມີປະສິດທິຜົນກວ່າ, ແລະ ນຳການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ. ທ່ານສະເໜີສອງຝ່າຍບຸລິມາສິດໃຫ້ກັນກວ່າອີກໃນການຮ່ວມມືດ້ານເສດຖະກິດ, ການຄ້າ; ຊຸກຍູ້ການຮ່ວມມືໃນຂົງເຂດການປະມົງ, ວິທະຍາສາດເຕັກນິກ, ວັດທະນະທຳ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການພົວພັນແລກປ່ຽນປະຊາຊົນ.
ສ່ວນທ່ານລັດຖະມົນຕີ Albert del Rosario ກໍ່ຢືນຢັນວ່າ, ຟິລິບປິນ ຖື ການພັດທະນາການພົວພັນຮ່ວມມືກັບຫວຽດນາມ ເປັນສຳຄັນພິເສດ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີ Albert del Rosario ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ຕໍ່ການຜັນແປຢ່າງສັບສົນຫວ່າງແລ້ວນີ້ຢູ່ທະເລຕາເວັນອອກ ແລະ ເນັ້ນໜັກວ່າ, ການແກ້ໄຂບັນຫາທະເລຕາເວັນອອກ ຕ້ອງ ປະຕິບັດດ້ວຍບັນດາມາດຕະການສັນຕິພາບ, ບົນພື້ນຖານກົດໝາຍສາກົນ; ພ້ອມທັງເຫັນດີຕໍ່ທັດສະນະລວມໃນການຊຸກຍູ້ບັນດາຝ່າຍກ່ຽວຂ້ອງປະຕິບັດ DOC ຢ່າງເຂັ້ມງວດແລະ ມີການເຈລະຈາຢ່າງແທດຈິງ ແນໃສ່ສ້າງ COC ໂດຍໄວ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ.