ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງກ່າວຄຳເຫັນທີ່ເວທີປາໄສ
|
(vovworld)- ຕອນເຊົ້າວັນທີ 30/9 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂເວທີປາໄສການລົງທຶນທົ່ວໂລກ ຫວຽດນາມ ໂດຍກະຊວງແຜນການ ແລະ ການລົງທຶນ ສົມທົບກັບວາລະສານເງິນຕາ ເອີລົບ (Euro Money) ຈັດຕັ້ງ. ທ່ານ ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ແນະນຳໂດຍສັງເຂບບັນດາຜົນງານພົ້ນເດັ່ນທີ່ ຫວຽດນາມບັນລຸໄດ້ພາຍຫລັງ 30 ປີແຫ່ງການປ່ຽນແປງໃຫມ່, ເປັນຕົ້ນໃນ 5 ປີມໍ່ໆມານີ້ ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ຫວຽດນາມ ຍັງຄົງບັນລຸ GDP ສະເລ່ຍ 6%/ປີ. ມາຮອດປະຈຸບັນ ຍອດທຶນຈົດທະບຽນການລົງທຶນຂອງຕ່າງປະເທດ ຢູ່ ຫວຽດນາມ ບັນລຸປະມານ 270 ຕື້ USD ດ້ວຍ 19.000 ໂຄງການ ຂອງບັນດານັກລົງທຶນທີ່ມາຈາກ 105 ປະເທດ ແລະ ເຂດແຄ້ວນພວມເຄື່ອນໄຫວຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ:
“ ຫວຽດນາມ ພວມມານະພະຍາຍາມສ້າງລະບອບນະໂຍບາຍເສດຖະກິດການຕະຫລາດໃຫ້ສົມບູນແບບ, ສຸມໃສ່ເຂົ້າໃນການປັບປຸງກອບກົດໝາຍ ແລະ ລະບຽບການບໍລິຫານ. ພວກຂ້າພະເຈົ້າສູ້ຊົນບັນລຸບັນດາຄາດໝາຍກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດກ່ຽວກັບພາສີອາກອນ, ປະກັນສັງຄົມ, ກໍ່ສ້າງ, ທີ່ດິນ ໃຫ້ທັດທຽມລະດັບສະເລ່ຍຂອງ ອາຊຽນ - 4 ໃນປີ 2016. ໄລຍະຈະມາເຖິງ, ການລົງນາມ ແລະ ຜັນຂະຫຍາຍບັນດາສັນຍາການຄ້າເສລີລຸ້ນໃຫມ່ ຈະເຮັດໃຫ້ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ຫວຽດນາມ ຈະສະດວກກວ່າ, ແກ້ງແຍ້ງຢູ່ໃນລະດັບສູງກວ່າໃນພາກພື້ນ.”