ລັດຖະບານຫວຽດນາມແລະໂບດວາຕີກັງຕັ້ງໜ້າກະກຽມສ້າງຕັ້ງການພົວພັນທາງການທູດ

ລັດຖະບານຫວຽດນາມແລະໂບດວາຕີກັງຕັ້ງໜ້າກະກຽມສ້າງຕັ້ງການພົວພັນທາງການທູດ - ảnh 1
ນາຍົກລັດຖະມົນຕີໂບດ​ວາ​ຕີ​ກັງ ສັງຄະ​ນາຍົກ Pietro Parolin ແລະ ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ
(ພາບ: VGP/Hoàng Long)

(vovworld) - ​ໃນ​ການ​ຕ້ອນຮັບນາຍົກລັດຖະມົນຕີໂບດ​ວາ​ຕີ​ກັງ ສັງຄະ​ນາຍົກ Pietro Parolin, ​ໃນ​ວັນ​ທີ 1/7, ຢູ່ ຣົມ, ປະ​ເທດ​ອີ​ຕາ​ລີ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ໄດ້​ຕີ​ລາຄາ​ສູງ​ສານຫວ່າງ​ແລ້ວ​ນີ້​ຂອງ​ ສັນຕະປາປາ Francis ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເນັ້ນ​ໜັກ​ວ່າ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃຫ້​ແກ່​ທຸກ​ຄົນ, ​ໃຫ້​ມວນ​ມະນຸດ, ທັງ​ແມ່ນ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ, ທັງ​ແມ່ນ​ສານ​ຂອງ ສັນຕະປາປາ ທີ່​ຝາກ​ເຖິງ​ຊາວ​ຄິດ​ໃນ​ທົ່ວ​ໂລກ. ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ສົມທົບ​ກັບ​ສະພາ​ສັງຄະ​ລາດ ຫວຽດນາມ ລະດົມ​ປະຊາຊົນ ​ແລະ ຊາວ​ຄິດ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຕອບ​ສະໜອງ​ສານຂອງສັນຕະປາປາ Francis.

        ສ່ວນສັງຄະ​ນາຍົກ Pietro Parolin ກໍ່​ຕີ​ລາຄາ​ສູງ​ບົດບາດ, ທີ່​ຕັ້ງ​ຂອງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃນ​ການ​ເຕົ້າ​ໂຮມ, ຮັບ​ຟັງ​ຄຳ​ເຫັນ​ປະກອບ, ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາຊົນ, ​ໃນ​ນັ້ນ​ມີ​ຊາວ​ຄິດ. ທັງ​ສອງ​ຝ່າຍ​ກໍ່​ເຫັນ​ດີ​ສືບ​ຕໍ່​ການ​ພົບ​ປະ​ເປັນ​ປະຈຳ​ລະຫວ່າງ​ການ​ນຳ​ຫວຽດນາມ ​ແລະ ໂບດ​ວາ​ຕີ​ກັງ, ຕັ້ງໜ້າ​ກະກຽມ​ບັນດາ​ເງື່ອນ​ໄຂ​ທີ່​ຈຳ​ເປັນ ​ເພື່ອ​ກ້າວ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ໂບດ​ວາ​ຕີ​ກັງ ​ແລະ ລັດຖະບານ​ຫວຽດນາມ.


ຂ່າວ/ບົດ​ອື່ນ