(VOVWORLD) -ໃນວັນທີ 31 ທັນວາ 2020, ອັງກິດຈະຟື້ນຟູຄວາມເສລີດ້ານເສດຖະກິດ ແລະ ການເມືອງໃຫ້ສົມບູນແບບ.
(ພາບປະກອບ: AFP/TTXVN)
|
ວັນທີ 27 ກຸມພາ, ລັດຖະບານອັງກິດ ໄດ້ປະກາດເອກະສານມອບໜ້າທີ່ເຈລະຈາກັບສະຫະພາບເອີລົບ (ອີຢູ) ກ່ຽວກັບການພົວພັນ 2 ຝ່າຍພາຍຫຼັງ Brexit ສະແດງໃຫ້ເຫັນຢ່າງຈະແຈ້ງທັດສະນະແຂງກະດ້າງ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມປາດຖະໜາຢາກມີອະນາຄົດເສລີດ້ານເສດຖະກິດ ແລະ ການເມືອງ, ໂດຍຊີ້ແຈ້ງວ່າ, ໃນວັນທີ 31 ທັນວາ 2020, ອັງກິດຈະຟື້ນຟູຄວາມເສລີດ້ານເສດຖະກິດ ແລະ ການເມືອງໃຫ້ສົມບູນແບບ.
ພາຍຫຼັງຖອນຕົວອອກຈາກອີຢູ ເມື່ອເດືອນ ມັງກອນ, ອັງກິດ ມີເວລາຮອດທ້າຍປີ 2020 ເພື່ອປຶກສາຫາລືຂໍ້ຕົກລົງດ້ານການຄ້າກັບອີຢູ ແລະ ບັນດາຂໍ້ຕົກລົງກ່ຽວກັບຫຼາຍບັນຫາໃນການພົວພັນ 2 ຝ່າຍ. ນັບແຕ່ນີ້ຮອດເດືອນ ມິຖຸນາ ຈະມາເຖິງ, 2 ຝ່າຍຈະຕ້ອງເປັນເອກະພາບຕໍ່ບັນດາເນື້ອໃນເຊິ່ງຝ່າຍອັງກິດ ເອີ້ນວ່າ “ເປັນອັນລວມທີ່ສຸດ” ໃຫ້ແກ່ຂໍ້ຕົກລົງ ເພື່ອສາມາດກ້າວໄປເຖິງການສຳເລັດຂໍ້ຕົກລົງລະອຽດໃນເດືອນ ກັນຍາ, ຖ້າບໍ່ເປັນຄືແນວນັ້ນ ອັງກິດ ຈະມຸ່ງໄປເຖິງຂໍ້ຕົກລົງຕາມຮູບແບບ ອີຢູ - ອົດສະຕາລີ.