(vovworld) - ຕອນເຊົ້າວັນທີ 15/2, ຢູ່ ຮ່າໂນ້ຍຄະນະກຳມາທິການວັດທະນະທຳ ສຶກສາ ຊາວໜຸ່ມ ເຍົາວະຊົນ ຂອງສະພາແຫ່ງຊາດ ໄດ້ຈັດວາລະປະຊຸມ ເພື່ອຮັບຟັງລັດຖະບານອະພິປາຍກ່ຽວກັບການປະຕິບັດນະໂຍບາຍວ່າດ້ວຍຕ້ານການໃຊ້ຄວາມຮຸນແຮງ, ທາລຸນເດັກນ້ອຍ ໄລຍະ 2008 – 2010. ກ່າວຄວາມເຫັນທີ່ວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢັ້ງຢືນວ່າ, ການປົກປ້ອງ ແລະ ເບິ່ງແຍງ, ສຶກສາ ເດັກນ້ອຍ ແມ່ນພາລະກິດອັນໃຫຍ່ຫຼວງ, ແມ່ນຄວາມຮັບຜິດຊອບຂອງພັກ, ລັດ ແລະ ປະຊາຊົນ ກໍ່ຄືແຕ່ລະຄອບຄົວ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີວ່າ:
”ໃນຊຸມປີມໍ່ໆມານີ້, ບັນດາກໍລະນີທາລຸນເດັກທີ່ຄົ້ນພົບ ແລະ ແກ້ໄຂໄດ້ແມ່ນເກືອບ 3 ພັນກໍລະນີໃນເວລາ 3 ປີ. ວາລະປະຊຸມນີ້ແມ່ນບໍ່ສາມາດແກ້ໄຂບັນຫາດັ່ງກ່າວຢ່າງເຖິງຖອງໄດ້, ແຕ່ພັດແມ່ນວາລະປະຊຸມເພື່ອໃຫ້ພວກ ເຮົາຕີລາຄາສະພາບການຢ່າງຖືກຕ້ອງ, ຊອກຫາສາເຫດ, ມາດຕະການແກ້ໄຂເພື່ອສືບຕໍ່ປະຕິບັດພາລະກິດ ອັນສູງສົ່ງນີ້ໃຫ້ດີ”
ທີ່ວາລະປະຊຸມ, ຜູ້ຕ່າງໜ້າກະຊວງສຶກສາ ແລະ ບຳລຸງສ້າງ, ວັດທະນະທຳກິລາ ແລະ ທ່ອງທ່ຽວ, ກະຊວງພາຍໃນ, ກະຊວງແຜນການ ແລະ ການລົງທຶນ ກໍ່ໄດ້ຕອບຄຳຖາມຂອງບັນດາສະມາຊິກໃນຄະນະກຳ ມາທິການກ່ຽວກັບຄວາມຮັບຜິດຊອບບົດບາດໜ້າທີ່ ເຊິ່ງໄດ້ຮັບມອບໝາຍ ໃນວຽກງານຕ້ານການໃຊ້ຄວາມ ຮຸນແຮງ ແລະ ທາລຸນເດັກ.