ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ເຮັດວຽກກັບແຂວງ ຕ່ຽນຢາງ
ກ່ຽວກັບໂຄງການທາງຄວາມໄວສູງ ຈູງເລືອງ - ມີ້ທ້ວນ
(ພາບ: VGP)
(vovworld) - ວັນທີ 10/3, ຢູ່ແຂວງ ຕ່ຽນຢາງ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ເຮັດວຽກກັບບັນດາກະຊວງ, ຂະແໜງການສູນກາງ ແລະ ແຂວງ ຕ່ຽນຢາງ ກ່ຽວກັບໂຄງການທາງຄວາມໄວສູງ ຈູງເລືອງ - ມີ້ທ້ວນ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຢືນຢັນວ່າ, ການລົງທຶນຍົກລະດັບພື້ນຖານໂຄງລ່າງຄົມມະນາຄົມໃນເຂດທົ່ງພຽງແມ່ນ້ຳຂອງ ເພື່ອແນໃສ່ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນດ້ານເສດຖະກິດ, ຮັບປະກັນຊີວິດສັງຄົມ, ສ້າງກຳລັງໜູນເພື່ອນຳເຂດນີ້ກ້າວຂຶ້ນບົນເສັ້ນທາງຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ເຊິ່ງໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຈາກພັກ ແລະ ລັດ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ກໍ່ຊີ້ນຳບັນດາກະຊວງ, ຂະແໜງການສູນກາງ ແລະ ນັກລົງທຶນ ຄວນສົມທົບກັນກັບແຂວງ ຕ່ຽນຢາງ ຢ່າງແໜ້ນແຟ້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຍູ້ໄວຄວາມຄືບໜ້າ, ສູ້ຊົນປະຕິບັດສຳເລັດ ແລະ ນຳກິດຈະກຳເຂົ້າໃຊ້ການໃນປີ 2019, ກ່ອນກຳນົດເວລາທີ່ໄດ້ວາງອອກ 1 ປີ.