ລັດຖະບານໃຫມ່ຂອງອີຕາລີ ສາບານຕົວຮັບດຳລົງຕຳແຫນ່ງ

(VOVWORLD) -ລັດຖະບານໃຫມ່ ຂອງອີຕາລີ ໄດ້ຮັບການຕີລາຄາວ່າ ແມ່ນລັດຖະບານ “ແຫ່ງຄວາມສາມັກຄີ” 
ລັດຖະບານໃຫມ່ຂອງອີຕາລີ ສາບານຕົວຮັບດຳລົງຕຳແຫນ່ງ - ảnh 1ທ່ານ Mario Draghi ອະດີດປະທານ ທະນາຄານສູນກາງ ເອີລົບ ກ່າວຄຳເຫັນທີ່ການຖະແຫລງຂ່າວຢູ່ ໂຣມ ເມື່ອວັນທີ 12 ກຸມພາ (ພາບ: AFP/TTXVN)

 

ຕາມນັກຂ່າວຂ່າວສານຫວຽດນາມ ປະຈຳ ໂຣມ ແລ້ວ, ຕອນສວາຍ ວັນທີ 13 ກຸມພາ (ຕາມເວລາທ້ອງຖິ່ນ) ທ່ານ Mario Draghi ໄດ້ຮັບການບົ່ງຕົວ ເປັນນາຍົກລັດຖະມົນຕີ ອີຕາລີ ພ້ອມກັບສະມາຊິກຄະນະລັດຖະບານ ລວມມີ 23 ທ່ານລັດຖະມົນຕີ ໄດ້ສາບານຕົວຮັບດຳລົງຕຳແຫນ່ງ. ລັດຖະບານໃຫມ່ ຂອງອີຕາລີ ໄດ້ຮັບການຕີລາຄາວ່າ ແມ່ນລັດຖະບານ “ແຫ່ງຄວາມສາມັກຄີ” ດ້ວຍທີ່ນັ່ງໃນຄະນະລັດຖະບານ ສ່ວນຫລາຍແມ່ນຈັດແບ່ງໃຫ້ພັກການເມືອງທັງໝົດ. ທ່ານ Luigi Di Maio ສືບຕໍ່ຮັບດຳລົງຕຳແຫນ່ງລັດຖະມົນຕີການຕ່າງປະເທດ ອີຕາລີ ຄືນໃຫມ່.

 

 



ຕອບກັບ

ຂ່າວ/ບົດ​ອື່ນ