ລັດຖະບານ ແອັດສະປາຍ ຄວບຄຸມອຳນາດການປົກຄອງເຂດ Catalonia ຢ່າງເປັນທາງການ

(VOVWORLD) - ວັນທີ 28 ຕຸລາ, ລັດຖະບານ ແອັດສະປາຍ ໄດ້ຄວບຄຸມອຳນາດການປົກຄອງເຂດ Catalonia ຢ່າງເປັນທາງການດ້ວຍເລື່ອງທ່ານນາຍົກລັດຖະມົນຕີ Mariano Rajoy ຮັບທຸກໆວຽກງານການບໍລິຫານຂອງຜູ້ວ່າການເຂດນີ້. 

ລັດຖະບານ ແອັດສະປາຍ ຄວບຄຸມອຳນາດການປົກຄອງເຂດ Catalonia ຢ່າງເປັນທາງການ - ảnh 1ການແຫ່ຂະບວນປະທ້ວງສະໜັບສະໜູນພື້ນແຜ່ນດິນຄົບຖ້ວນຢູ່ ແອັດສະປາຍ

(ພາບ: AFP/TTXVN)

ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີ Rajoy ໄດ້ມອບໂອນບັນດາວຽກງານນີ້ໃຫ້ແກ່ທ່ານຮອງນາຍົກລັດຖະມົນຕີ Saraya Saenz de Santamaria. ບັນດາກະຊວງ, ຂະແໜງການລັດຖະບານ ແອັດສະປາຍ ກໍ່ໄດ້ຮັບການບໍລິຫານບັນດາອົງການອື່ນໆທີ່ຂຶ້ນກັບອຳນາດການປົກຄອງ Catalonia. ການກະທຳດັ່ງກ່າວໄດ້ດຳເນີນໄປພາຍຫຼັງອົງການນິຕິບັນຍັດ Catalonia ຖະແຫຼງປະກາດເອກະລາດ, ແຍກຕົວອອກຈາກ ແອັດສະປາຍ ພຽງລຳພັງຝ່າຍດຽວ ພຽງເວລາໜຶ່ງວັນ, ບັງຄັບໃຫ້ທ່ານນາຍົກລັດຖະມົນຕີ Rajoy ຕັດສິນໃຈຍຸບເລີກອົງການນີ້, ປົດຕຳແໜ່ງຂອງທ່ານ Carles Puigdemont, ຜູ້ວ່າການເຂດນີ້ ພ້ອມກັບຄະນະການນຳເຂດປົກຄອງດ້ວຍຕົນເອງ, ພ້ອມທັງໄດ້ຖືກອອກຄຳສັ່ງດຳເນີນການເລືອກຕັ້ງກ່ອນກຳນົດເວລາຢູ່ເຂດນີ້ໃນວັນທີ 21 ທັນວາ ຈະມາເຖິງ. ໄປຄຽງຄູ່ກັນນັ້ນ, ຜູ້ບັນຊາການຕຳຫຼວດເຂດ Catalonia ທ່ານ Josep Lluis Trapero ກໍ່ໄດ້ປົດຕຳແໜ່ງ ແລະ ໄດ້ປ່ຽນແທນດ້ວຍຄົນອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ