ລັດຖະມົນຕີກະຊວງກະສິກຳແລະພັດທະນາຊົນນະບົດກວດການະໂຍບາຍໜູນຊ່ວຍຊາວປະມົງຢູ່ບິ່ງດິ້ງ

ລັດຖະມົນຕີກະຊວງກະສິກຳແລະພັດທະນາຊົນນະບົດກວດການະໂຍບາຍໜູນຊ່ວຍຊາວປະມົງຢູ່ບິ່ງດິ້ງ - ảnh 1
ລັດຖະມົນຕີ ກາວດຶກຟາດ ເຮັດວຽກຢູ່ແຂວງ ບິ່ງດິ້ງ

(​vovworld) – ຕອນ​ເຊົ້າ​ວັນ​ທີ 5/7, ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ກາວ​ດຶກ​ຟາດ ​ແລະ ຄະນະ​ປະຕິບັດ​ງານ​ມີ​ການ​ເຮັດ​ວຽກກັບ​ການ​ນຳ​​ແຂວງ ບິ່ງ​ດິ້ງ, ​ເພື່ອກວດກາ​ສະພາບ​ການ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່, ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ຊາວ​ປະມົງ.

    ທີ່​ການ​ເຮັດ​ວຽກ, ທ່ານ​ລັດຖະມົນຕີ​ ກາວ​ດຶກ​ຟາດ ສະ​ເໜີ​ໃຫ້​ແຂວງ ບິ່ງ​ດິ້ງ ຄວຍ​ເດັດດ່ຽວປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່ ຕາມ​ນັ້ນ​ແລ້ວ, ​ໄດ້​ສຸມ​ໃສ່​ຍົກ​ສູງ​ມູນ​ຄ່າ​ເພີ່ມ ​ແລະ ພັດທະນາ​ແບບ​ຍືນ​ຍົງ, ພັດທະນາ​ເຂດ​ຜະລິດ​ສິນຄ້າ​ລວມສູນ ສຳລັບ​ຕົ້ນ​ໄມ້​ບາງ​ຊະນິດທີ່​ມີ​ມູນ​ຄ່າ​ໝັ້ນຄົງ​... ທ່ານ​ລັດຖະມົນຕີ ກາວ​ດຶກ​ຟາດ, ​ເນັ້ນ​ໜັກ​ວ່າ:

    “ສ້າງ​ໂຄງ​ປະກອບ​ກະສິກຳ​ຄື​ນ​ໃໝ່, ພວກ​ເຮົາ​ຕ້ອງ​ດັດ​ປັບ​ສຸມ​ໃສ່​ເຂົ້າ​ບັນດາ​ຂະ​ແໜງ​ທີ່​ນຳ​ມາ​ເຊິ່ງລາຍ​ຮັບ​ສູງ​ກ່ວາ​ໃຫ້​ປະຊາຊົນ. ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ອ່າງ​ເກັບ​ນ້ຳ, ປີ 2014, ພວກ​ຂ້າພະ​ເຈົ້າໄດ້​ສະ​ເໜີກັບ​ນາຍົກລັດຖະມົນຕີ ສ້ອມແປງ​ອ່າງ​ເກັບ​ນ້ຳ​7 ​ແຫ່ງ​ຢູ່​ບິ່ງ​ດິ້ງ. ກ່ຽວ​ກັບ​ທ່າ​ປາ ຕາມ​ກວານ, ຕ້ອງ​ລົງທຶນ, ສຸ​ມ​ໃສ່ສ້າງ​ທ່າ​ປາ​ໃນ​ທັນທີ, ສ່ວນ​ຄັນ​ຄູ​ຈະ​ກໍ່ສ້າງ​ເທື່ອ​ລະ​ກ້າວ”

    ​ໂດຍປະຕິບັດ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ຊາວ​ປະມົງ, ມາ​ຮອດ​ປະຈຸ​ບັນ, ​ແຂວງ ບິ່ງ​ດິ້ງ ​ໄດ້​ໜູນ​ຊ່ວຍ​ຊາວ​ປະມົງ 67 ຕື້​ດົ່ງ​ເພື່ອ​ຕໍ​ກຳ​ປັ່ນ​ຫາ​ປາ​ໄກ​ຝັ່ງໃໝ່ 95 ລຳ. ​ແຕ່​ປີ 2008 – 2010, ​ແຂວງ ​ໄດ້​ໜູນ​ຊ່ວຍ​ຊາວ​ປະມົງ 180 ຕື້​ດົ່ງ​ຮັບປະກັນ​ຊີວິດ​ສັງຄົມ, ປ່ອຍ​ເງິນ 640 ຕື້​ດົ່ງ​ໜູນ​ຊ່ວຍ​ຊາວ​ປະມົງ​ຫາ​ປາ​ໄກ​ຟັ່ງ.


ຂ່າວ/ບົດ​ອື່ນ