ການປະທະກັນຍັງຄົງເກີດຂຶ້ນຢູ່ Kobani
(ພາບ: baomoi.com)
(vovworld) – ວັນທີ 11/10, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Chuck Hagel ໄດ້ຮັບຮູ້ວ່າ: ເລື່ອງດັບສູນກຳລັງ “ລັດອິດສະລາມ” (IS) ໂດຍຂະໜານນາມເອງແມ່ນບັ້ນຮົບຍາວນານ ແລະ ລຳບາກ. ຖະແຫຼງການດັ່ງກ່າວໄດ້ຍົກອອກມາໃນສະພາບການສຳພັນທະມິດສາກົນ ໂດຍອາເມລິກາ ນຳໜ້າ, ພວມເພີ່ມທະວີບັນດາການບຸກໂຈມຕີເພື່ອແນໃສ່ຂັບໄລ່ກຳລັງ IS ປະຈຸບັນພວມຍາດໄດ້ສ່ວນເກີນໃນບັ້ນຮົບທາງບົກຢູ່ເທດສະບານ Kobani ຂອງ ຊີຣີ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, ຖືວ່າ: ບັນດາຄວາມມານະພະຍາຍາມສາກົນໄດ້ບັນລຸໄຊຊະນະຈຳນວນໜຶ່ງໃນການຂັບໄລ່ IS. ຕາມທ່ານແລ້ວ, ກຳລັງປ້ອງກັນຄວາມສະຫງົບຂອງລັດຖະບານ ອີຣັກ ໄດ້ຄວບຄຸມນະຄອນຫຼວງ ແບດແດດ ແຕ່ນະຄອນ Kobani ຢູ່ ຊີຣີ ຍັງແມ່ນບັນຫາຫຍຸ້ງຍາກທີ່ສຸດ, ພ້ອມທັງຢັ້ງຢືນວ່າ: ບັນດາການບຸກໂຈມຕີບັນລຸໄດ້ຄວາມຄືບໜ້າໃນການຍູ້ຖອຍ IS ອອກໄປ. ຕາມທ່ານ Hagel ແລ້ວ, ບັ້ນຮົບຕ້ານ IS ແມ່ນຄວາມມານະພະຍາຍາມຍາວນານ ແລະ ຮຽກຮ້ອງໃຫ້ມີຫຼາຍປັດໄຈ, ພ້ອມທັງຢັ້ງຢືນຈະສືບຕໍ່ໜູນຊ່ວຍ ອີຣັກ ດ້ວຍທາງອາກາດ, ອຸປະຖຳ ແລະ ບັນດາຜູ້ທີ່ປຶກສາ.