ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງລາຊະອານາຈັກກຳປູເຈຍຢ້ຽມຢາມຫວຽດນາມ
(ລັດຖະມົນຕີ 2 ທ່ານໄດ້ລົງນາມໃນແຜນການຮ່ວມມືປີ 2017)
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ, ຄະນະຜູ້ແທນການທະຫານຂັ້ນສູງແຫ່ງລາຊະອານາຈັກກຳປູເຈຍ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ Tia Banh ນຳໜ້າ, ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 08 – 11/01. ຕອນບ່າຍວັນທີ 09/01, ຢູ່ດ່ານັ້ງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ໄດ້ມີການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ Tia Banh. ລັດຖະມົນຕີ 2 ທ່ານໄດ້ເປັນເອກະພາບເນື້ອໃນ, ທິດທາງຮ່ວມມືໃນປີ 2017 ແລະ ໃນຊຸມປີຕໍ່ໆໄປ. ຈຸດສຸມແມ່ນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາການເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ລາດຕາເວນຮ່ວມບົນທະເລ; ຍູ້ແຮງວຽກງານຊອກຫາທ້ອນໂຮມອັດຖິທະຫານອາສາສະມັກ ແລະ ນັກທ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ກຳປູເຈຍ ຜ່ານໄລຍະສົງຄາມຕ່າງໆ. ລັດຖະມົນຕີ 2 ທ່ານໄດ້ລົງນາມໃນແຜນການຮ່ວມມືປີ 2017.