ລັດຖະມົນຕີກະຊວງປ້ອງກັນປະເທດໂງຊວນລີກຢ້ຽມຢາມລາວຢ່າງເປັນທາງການ
ທ່ານລັດຖະມົນຕີ ໂງຊວນລີກ ເຂົ້າຢ້ຽມຂ່ຳນັບ
ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໂດຍພົນເອກ ໂງຊວນລີກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າ ເລີ່ມຕົ້ນການຢ້ຽມຢາມ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 23 – 24/05/2016. ຕອນບ່າຍວັນທີ 23/05 ທ່ານລັດຖະມົນຕີ ໂງຊວນລີກ ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ. ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຕີລາຄາການຢ້ຽມຢາມຂອງທ່ານລັດຖະມົນຕີ ໂງຊວນລິກ ຈະປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງ 2 ພັກ, 2 ລັດ. ທ່ານລັດຖະມົນຕີ ໂງຊວນລີກ ເຊື່ອໝັ້ນວ່າ: ໂດຍພາຍໃຕ້ການຊີ້ນຳນຳພາຂອງທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ພັກປະຊາຊົນປະຕິວັດ ລາວ, ປະເທດ ລາວ ຈະຍາດໄດ້ຜົນງານຫລາຍຢ່າງໃນການພັດທະນາເສດຖະກິດ, ສັງຄົມ ບົນເສັ້ນທາງປ່ຽນໃໝ່ຮອບດ້ານ.
ກ່ອນໜ້ານັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລີກ ພົບປະເຈລະຈາກກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໝອນ ຈັນຍາລາດ. 2 ຝ່າຍເຫັນດີເປັນເອກະພາບນຳກັນວ່າໃນໄລຍະຈະມາເຖິງ, ສືບຕໍ່ຍູ້ແຮງໂຄງການຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ແລະ ໂຄງການສຶກສາມູນເຊື້ອກ່ຽວກັບສາຍພົວພັນແບບພິເສດລະຫວ່າງກອງທັບ 2 ປະເທດ.