ທ່ານພົນເອກ ຟຸ່ງກວາງແທງ ຕ້ອງຮັບ
ຜູ້ບັນດຊາການກອງທັບເຮືອ ບຣຸໄນ
(ພາບ: phungquangthanh.net)
(vovworld) - ຕ້ອນບ່າຍວັນທີ 02/07, ທີ່ການຕ້ອງຮັບ, ພົນເຮືອໂທ Dato Seri Pahlawan Haji Abdul Halim bin Haji Mohd Hanifa, ຜູ້ບັນດຊາການກອງທັບເຮືອ ບຣຸໄນ ທີ່ພວມມີການຢ້ຽມຢາມ ຫວຽດນາມ, ທ່ານພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງກອງທັບ ແລະ ກອງທັບເຮືອຂອງ 2 ປະເທດ. ທ່ານລັດຖະມົນຕີ ຢືນຢັນວ່າ ໃນໄລຍະຈະມາເຖິງ, ກອງທັບ ແລະ ກອງທັບເຮືອ 2 ປະເທດຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຈັດຕັ້ງການແລກປ່ຽນລະຫວ່າງບັນດາກໍ່າປັ່ນຂອງກອງທັບເຮືອ 2 ປະເທດເປັນຢ່າງດີ, ກໍ່ຄືງານພົບປະແລກປ່ຽນລະຫວ່າງນາຍທະຫານໜຸ່ມຂອງ 2 ປະເທດ, ສົມທົບກັນຝຶກອົບຮົມກ່ຽວກັບການຊອກຫາກູ້ໄພກູ້ຊີບ, ຕ້ານກໍ່ການຮ້າຍ ແລະ ຕ້ານໂຈນສະລັດລະຫວ່າງກອງທັບເຮືອ 2 ປະເທດ.