ລັດຖະມົນຕີກະຊວງສຶກສາແລະບຳລຸງສ້າງຫວຽດນາມຕອບຄຳຊັກຖາມ

ລັດຖະມົນຕີກະຊວງສຶກສາແລະບຳລຸງສ້າງຫວຽດນາມຕອບຄຳຊັກຖາມ - ảnh 1
ທ່ານ ລັດຖະມົນຕີ ຟາ​ມຫວູລ້ວນ


(vovworld)- ທີ່​ວາລະ​ຊັກ​ຖາມ​ໃນ​ຕອນ​ເຊົ້າ​ວັນ​ທີ 11/6, ທ່ານ ຟ້າ​ມຫວູລ້ວນ, ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ຕອບ​ຄຳ​ຊັກ​ຖາມ​ກ່ຽວ​ກັບ​ຄຸນ​ນະພາ​ບການ​ສຶກສາ​ບຳລຸງ​ສ້າງ, ​ການ​ຜັນ​ຂະຫຍາຍ​ປະຕິບັດ​ການ​ປະຕິ​ຮູບດ້ານ​ການ​ສຶກສາ, ປ່ຽນ​ໃຫມ່​ການ​ສອບ​ເສັງ.

        ກ່ຽວ​ກັບ​ສາຍ​ເຫດ​ ​ເຮັດ​ໃຫ້​ນັກ​ສຶກສາ​ພາຍຫລັງຮຽນຈົບ​ມະຫາວິທະຍາ​ໄລ ​ແຕ່​ບໍ່​ມີ​ວຽກ​​ເຮັດ​ງານ​ທຳ, ທ່ານ ລັດຖະມົນຕີ ຟາ​ມຫວູລ້ວນ ຖື​ວ່າ: ການ​ບຳລຸ​ງສ້າງ​ແມ່ນ​ອີງ​ຕາມ​ຄວາມ​ສາມາດ​ຂອງ​ບັນດາ​ມະຫາວິທະຍ​າໄລ ຫາກ​ບໍ່​ທັນ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ຕ້ອງການ​ຂອງ​ທ້ອງ​ຖິ່ນ. ​ຫລັກສູດການ​ສິດສອນ​ ບໍ່​ທັດ​ທຽ​ມກັບ​ການ​ພັດທະນາ​ຂອງ​ໂລກ, ບໍ່​ທັນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄວາມ​ສາມາດ​ເຮັດ​ວຽກ​ຕາມ​ຫນ່ວຍ, ພາສາ​ຕ່າງປະ​ເທດ. ​ເພື່ອ​ແກ້​ໄຂ​ສະພາບ​ການ​ດັ່ງກ່າວ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ໄດ້ຈຳກັດ​ສ້າງ​ຕັ້ງບັນດາ​ມະຫາວິທະຍາ​ໄລ, ວິທະຍາ​ໄລ, ປັບປຸງ​ຂັ້ນ​ຕອນ​ອອກ​ຫນັງສື​ອະນຸຍາດ​​ໃຫ້​ສ້າງ​ຕັ້ງ, ກ່າວ​ເຕືອນ​ກ່ຽວ​ກັບ​ຂະ​ແຫນງ​ອາຊີບ, ຂົງ​ເຂດ​ບຳລຸງ​ສ້າງ​ທີ່​ມີ​ຂອບ​ຂະຫນາດ​ໃຫຍ່​. ທ່ານ ຫວູລ້ວນ​ກ່າວວ່າ:

        “​ແຕ່ລະ​ປີ ມີ​ນັກ​ສຶກສາ​ ​ຮຽນ​ຈົບ​ມະຫາວິທະຍາ​ໄລ ​ແລະ ວິທະຍາ​ໄລ ປະມານ 400.000 ຄົນ, ​ໃນ​ໄລຍະ 5 ປີ ​ແມ່ນ 2 ລ້ານ​ຄົນ. ບັນຫາ​ວຽກ​ເຮັດ​ງານ​ທຳ​ຂອງ​ນັກ​ສຶກສາ ​ແມ່ນ​ບັນຫາ​ຂອງ​ຕະຫລາດ​ແຮງ​ງານ. ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ບຳລຸງ​ສ້າງ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ກ່າວ​ເຕືອນ​ໃຫ້​ສັງຄົມ​ຮູ້​ຈັກ​ວ່າ ​ຂະ​ແຫນງ​ໃດ​ພວມ​ເຫລືອ​​ເກີນຄົນ​ງານ ​ແລະ ຂະ​ແຫນງ​ໃດ​ຂາດ​ຄົນ​ງານ.”

ຂ່າວ/ບົດ​ອື່ນ