ລັດຖະມົນຕີກະຊວງ ຍຸຕິທຳຫວຽດນາມ ໄປຢ້ຽມຢາມລາວ

ລັດຖະມົນຕີກະຊວງ ຍຸຕິທຳຫວຽດນາມ ໄປຢ້ຽມຢາມລາວ - ảnh 1
ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ຕ້ອນຮັບທ່ານລັດຖະມົນຕີກະຊວງ
ຍຸຕິທຳຫວຽດນາມ ໂຮ່ຮຸ່ງເກືອງ
ພາບ:vietnamplus.vn

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ແຕ່​ວັນ​ທີ 6 -11/3, ຕອນ​ບ່າຍ​ວັນ​ທີ 7/3, ຢູ່​ວຽງ​ຈັນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຍຸຕິ​ທຳ​ຫວຽດນາມ, ​ໂດຍ​ທ່າ​ນລັດຖະມົນຕີ ຮ່າ​ຮຸ່ງ​ເກື່ອງ ນຳ​ໜ້າ ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ. ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ, ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ, ທ່ານ​ນາຍົກລັດຖະມົນຕີກໍ່​ໄດ້​ຕີ​ລາຄາ​ສູ​ງໝາ​ກຜົນ​ແຫ່ງ​ການ​ເຈລະຈາ, ພິ​ເສດ​ແມ່ນ​ເລື່ອງ​ຊຸກຍູ້​ການ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມືບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່​ລາວ. ສ່ວນທ່າ​ນ ລັດຖະມົນຕີ ຮ່າ​ຮຸ່ງ​ເກື່ອງ ​ກໍ່​ເນັ້ນ​ໜັກ​ຈຸດໝາຍ​ບຸລິ​ມາະສິດ​ຂອງ​ການຮ່ວມ​ມື​ລະຫວ່າງ​ສອງ​ກະ​ຊວງ​ຍຸຕິ​ທຳ​ຫວຽດນາມ ​ແລະ ລາວ ​ແມ່ນ​ບຳລຸງສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ເພື່ອ​ແນ​ໃສ່​ຊ່ວຍ​ຂະ​ແໜງ​ຍຸຕິ​ທຳ​ລາວ​ນັບ​ມື້​ນັບ​ພັດທະນາ, ປະກອບສ່ວນ​ຢ່າງ​ແທດ​ຈິງ ​ເຂົ້າ​ໃນ​ການສະ​ເຫຼີ​ມສະຫຼອງ 35 ປີ ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ຮ່ວມ​ມືມິດຕະພາບ ​ແລະ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ