ລັດຖະມົນຕີການຕ່າງປະເທດຈີນແລະອາເມລິກາໂອ້ລົມທາງໂທລະສັບກ່ຽວກັບສະພາບການຢູ່ແຫຼມເກົາຫຼີ

ລັດຖະມົນຕີການຕ່າງປະເທດຈີນແລະອາເມລິກາໂອ້ລົມທາງໂທລະສັບກ່ຽວກັບສະພາບການຢູ່ແຫຼມເກົາຫຼີ - ảnh 1
(ພາບ​ປະ​ກອບ​ຈ​າກ​ອີນ​ເຕີ​ແນັດ)

(vovworld) –​ ​ ​​ ​ວັນ​ທີ 09/03, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ຈີນ ຫວາງ​ອີ ແລະ ຄູ່​ຕຳ​ແໜ່ງ​ອາ​ເມ​ລິ​ກາ John Kery ໄດ້​ມີ​ການ​ໂອ້​ລົມກັນ​ທາງ​ໂທ​ລະ​ສັບ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ແຫຼມ​ເກົາ​ຫຼີ. ໃນ​ການ​ໂອ້​ລົ​ມ​ທ​າງ​ໂທ​ລະ​ສັບ​ນີ້, ທ່ານ ຫວາງ​ອີ ໄດ້​ຊີ້​ອອກ​ສະ​ພາບ​ການ​ຢູ່​ແຫຼມ​ເກົາ​ຫຼີ ແມ່ນ “ມ​ີ​ຄວາມສະ​ດຸງ​ໄວ​ທີ່​ສຸດ”, ພ້ອມ​ທັງ​ຮຽກ​ຮ​້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່​ຽວ​ຂ້ອງ​ມີ​ທ່າ​ທີທຸ່ນ​ທ່​ຽງ, ລະ​ງັບ​ໃຈ ແລະ ບໍ່​ປະ​ໃຫ້​ເກີດ​ການ​ກະ​ທຳ​ເກາະ​ຜິດ​ເຊິ່ງ​ກັນ ແລະ ກັນ. ທ່ານ ຫວາງ​ອີ ກໍ​ເນັ້ນ​ໜັກ​ວ່າ “ບັນ​ດາ​ສິດ ແລະ ຜົນ​ປະ​ໂຫຍດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ອັນ​ຊອບ​ທຳ ແລະ ເໝາະ​ສົມ​ຂອງ​ຈີນ ບໍ່​ສາ​ມາດ​ທຳ​ລາຍ​ໄດ້”. ນອກນັ້ນ, ທ່ານ ຫວາງ​ອີ ແລະ ທ່ານ John Kery ຍັງ​​ໄດ້ແລກ​ປ່ຽນ​ກ່ຽວ​ກັບ​ການ​ພົວ​ພັນ 2 ຝ່າຍ ກໍ​ຄື​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ອື່ນໆ.

      ການ​ໂອ້​ລົ​ມ​ທ​າງ​ໂທ​ລະ​ສັບຖືກ​ດຳ​ເນີນ​​ໄປໃນ​ສະ​ພາບ​​ທີ່ການ​ຊ້ອມ​ຮົບ​ຮ່ວມ​ຂອງ​ທະ​ຫານ​ປະ​ສົມ​ອາ​ເມ​ລິ​ກາ - ສ.ເກົາ​ຫຼີ ພວມ​ດຳ​ເນີນ, ພາຍ​ຫຼັງ​ທີ່​ສ​ປ​ປ.ເກົາ​ຫຼີ ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ​ຄັ້ງ​ທີ 4 ເມື່ອ​ເດືອນ 01 ແລະ ການ​ຍິງ​ລູກ​ສອນ​ໄຟ​​ສົ່ງດາວ​ທຽມ​ເມື່ອ​ເດືອນ 02 ຜ່ານ​ມາ.

ຂ່າວ/ບົດ​ອື່ນ