ລັດຖະມົນຕີການຕ່າງປະເທດລັດເຊຍ,ອາເມລິກາປຶກສາຫາລືກ່ຽວກັບຄຳສັ່ງຢຸດຍິງຢູ່ຊີຣີ

ລັດຖະມົນຕີການຕ່າງປະເທດລັດເຊຍ,ອາເມລິກາປຶກສາຫາລືກ່ຽວກັບຄຳສັ່ງຢຸດຍິງຢູ່ຊີຣີ - ảnh 1
(ພາບ​ປະ​ກອບ: vietnam.vnanet/ AFP)

(vovworld) –​ ວັນ​ທີ 20/02, ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ໄດ້​ແຈ້ງ​ໃຫ້​ຊາບ​ວ່າ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov ແລະ ຄູ່​ຕ່ຳ​ແໜ່ງ​ອາ​ເມ​ລິ​ກາ John Kerry ໄດ​້​ມີ​ການ​ໂ​ອ້​ລົມ​ສົນ​ທະ​ນາ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ຊີ​ຣີ. ຕາມ​ກະ​ຊວງ​ດັ່ງ​ກ່າວ​ແລ້ວ, 2 ຝ່າຍ​ໄດ້​ຮັບ​ຮູ້​ບາດ​ກ້າວ​ທີ່​ບັນ​ລຸ​ໄດ້​ໃນ​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ສິນ​ຄ້າ​​ໜູນ​ຊ່ວຍມະ​ນຸດ​ສະ​ທ​ຳ​ເຖິງ​ບັນ​ດາ​ເຂດ​ຖືກ​ປິດ​ລ້ອມ​ໃນ​ເຂດ​ດິນ​ແດນ​ຊີ​ຣີ. ນອກ​ຈາກນັ້ນ, ທ່ານ Lavrov ກໍກ່າວ​ຫາ​ຕວກ​ກີ ໄ​ດ້​ມີ “ບັນ​ດາ​ການ​ກະ​ທຳ​ເກາະ​ຜິດ​ລະ​ເມີດ​​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊ​ີ​ຣີ”. ກ່ອນ​ໜ້ານັ້ນໃນ​ວັນ​ດຽວ​ກັນ, ວັງ Kremlin ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ເລື່ອງ ຕວກ​ກີ ຍິງ​ປືນ​ໃຫຍ່ ເຂົ້າ​ເຂດ​ດິນ​ແດນ​ຊີ​ຣີ, ຖື​ວ່າ, ບັນ​ດາ​ການ​ກະ​ທຳ​ຄື​ດັ່ງ​ກ່າວ​ແມ່ນ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ເສັ້ນ​ຊາຍ​ແດນ 2 ປະ​ເທ​ດ​ຖືກ​ເພີ່ມ​ຂຶ້ນ.



ຂ່າວ/ບົດ​ອື່ນ