ລັດຖະມົນຕີການຕ່າງປະເທດລັດເຊຍ ແລະ ອາເມລິກາ ເຈລະຈາເພື່ອແນໃສ່ແກ້ໄຂຄວາມບໍ່ລົງລອຍກັນ
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຄູ່ຕຳແໜ່ງ ອາເມລິກາ Rex Tillerson
(ພາບ: AFP/TTXVN)
|
(vovworld) – ວັນທີ 21/4, ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ລັດເຊຍ ແລະ ອາເມລິກາ ເຫັນດີຄົ້ນຄ້ວາຄວາມສາມາດເປັນໄປໄດ້ຂອງການຈັດຕັ້ງການສືບສວນພາວະວິໄສກ່ຽວກັບເຫດບຸກໂຈມຕີດ້ວຍອາວຸດເຄມີຢູ່ແຂວງ Idlib ຂອງຊີຣີ. ທີ່ການໂອ້ລົມທາງໂທລະສັບລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຄູ່ຕຳແໜ່ງ ອາເມລິກາ Rex Tillerson, ທ່ານ Lavrov ໄດ້ສະແດງຄວາມເສຍດາຍຍ້ອນວ່າພາຍຫຼັງທີ່ວໍຊິງຕັນຄັດຄ້ານຂໍ້ສະເໜີຂອງ ມົດສະກູ ຢາກໃຫ້ອົງການເກືອດຫ້າມອາວຸດເຄມີ (OPCW) ສົ່ງນັກກວດກາເຖິງຊີຣີ ເພື່ອຢັ້ງຢືນບັນດາຂໍ້ກ່າວຫາ ກ່ຽວກັບເລື່ອງນຳໃຊ້ອາຍພິດ sarin, ກໍ່ຄືກ່ຽວກັບການນຳໃຊ້ທາດເຄມີທີ່ຖືກເກືອດຫ້າມຢູ່ຖານທີ່ໝັ້ນກອງທັບອາກາດ Shayrat ຢູ່ຊີຣີ. ແຈ້ງການໄດ້ເນັ້ນໜັກວ່າ: ນັກການທູດ 2 ທ່ານໄດ້ເຫັນດີຊີ້ນຳຄົ້ນຄ້ວາຄວາມສາມາດຈັດຕັ້ງການສືບສວນໂດຍພາວະວິໄສບັນດາຂໍ້ກ່າວຫາດັ່ງກ່າວພາຍໃຕ້ການໜູນຊ່ວຍຂອງ OPCW.