ລັດຖະມົນຕີການຕ່າງປະເທດອາບການິດສຖານໄປຍັງປາກິດສຖານປຶກສາຫາລືການຮ່ວມມືດ້ານປ້ອງກັນຄວາມສະຫງົບ

ລັດຖະມົນຕີການຕ່າງປະເທດອາບການິດສຖານໄປຍັງປາກິດສຖານປຶກສາຫາລືການຮ່ວມມືດ້ານປ້ອງກັນຄວາມສະຫງົບ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​
ອາບ​ກາ​ນິດ​ສຖານ Salahhuddin Rabbani
(ພາບ: baotintuc.vn)


​​(vovworld) – ວັນ​ທີ 13/08, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາບ​ກາ​ນິດ​ສຖານ Salahhuddin Rabbani ​ໄດ້​ໄປ​ຮອດ​ນະຄອນຫຼວງ Islamabad ຂອງ ​ປາ​ກິດສຖານ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ປ້ອງ​ກັນ​ຄວາ​ມສະຫງົບ, ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ໃນ​ການ​ຕ້ານ​ກໍ່​ການ​ຮ້າຍ. ຄາດ​ວ່າ, ຄະນະ​ນັກການ​ທູດອາບ​ກາ​ນິດ​ສຖານ ຈະ​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ຜູ້​​ເປັນທີ​ປຶກສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ປາ​ກິດສຖານ Sartaj Aziz ​ແລະ ​ເຈົ້າ​ໜ້າ​ທີ່​ບາງ​ທ່ານ​ອື່ນ ກ່ຽວ​ກັບ​ບັນດາ​ບັນຫາ 2 ຝ່າຍ. ນີ້​ແມ່ນການ​ພົບ​ປະ​ຂັ້ນ​ສູງຄັ້ງ​ທຳ​ອິດ​ລະຫວ່າງ 2 ປະ​ເທດ ພາຍຫຼັງ​ທີ່​ພວກ​ກະບົດ​ຕາ​ລີ​ບານ ຢັ້ງຢືນ​ການ​ເສຍ​ຊີວິດ​ຂອງ​ຫົວໜ້າ​ຂະ​ບວນການ​ນີ້​ແມ່ນ Mullah Omar. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່​ນະຄອນຫຼວງ Islamabad, ທ່ານ Aziz ສະ​ແດງ​ຄວາມ​ຫວັງ​ວ່າ, ລັດຖະບານ​ອາບ​ກາ​ນິດສຖານ ​ແລະ ຂະ​ບວນການ ຕາ​ລີ​ບານ ​ໄດ້​ແກ້​ໄຂ​ບັນດາ​ຄວາມ​ເຂົ້າ​ໃຈ​ຜິດ​​ໃນ​ບັນດາ​ການ​ເຈລະຈາ. ທ່ານ​ຢືນຢັນ​ວ່າ, ປາ​ກິດສຖານ ປາດ​ຖະໜາ​ຢາກ​ໃຫ້ 2 ຝ່າຍ​ເຊື່ອມ​ຕໍ​ການ​ເຈລະຈາ​ຄືນ​ໃໝ່ ​ແລະ ສະໜັບສະໜູນ​ທິດ​ທາງ​ນີ້.

ຂ່າວ/ບົດ​ອື່ນ