ລັດຖະມົນຕີການຕ່າງປະເທດອາເມລິກາອວຍພອນວັນຊາດຫວຽດນາມ

(VOVWORLD) -ວັນທີ 31 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Rex Tillerson ໄດ້ຕາງໜ້າລັດຖະບານສະຫະລັດອາເມລິກາ ອວຍພອນລັດຖະບານ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ 02 ກັນຍາ (02 ກັນຍາ 1945 – 02 ກັນຍາ 2017).

ລັດຖະມົນຕີການຕ່າງປະເທດອາເມລິກາອວຍພອນວັນຊາດຫວຽດນາມ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ  Rex Tillerson

(ພາບປະກອບ: Reuters)

ທ່ານລັດຖະມົນຕີການຕ່າງປະເທດ  Rex Tillerson ຊີ້ແຈ້ງວ່າ, ນັບແຕ່ເມື່ອສ້າງການພົວພັນ 2 ຝ່າຍເປັນປົກກະຕິກ່ອນນີ້ 22 ປີ, ການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ໄດ້ຮັບການພັດທະນາຢ່າງແຮງ ຕາມຫຼາຍຮູບການ ເຊິ່ງກ່ອນນີ້ບໍ່ສາມາດວາດພາບໄດ້. 2 ປະເທດມຸ່ງໄປເຖິງການພົວພັນຄູ່ຮ່ວມມືວັດທະນາຖາວອນ, ເປີດກວ້າງການພົວພັນດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ ແລະ ການທູດປະຊາຊົນ. ຕາມທ່ານ Rex Tillerson ແລ້ວ, ບັນດາການຢ້ຽມຢາມອາເມລິກາ ຫວ່າງແລ້ວນີ້ຂອງເຈົ້າໜ້າທີ່ຫວຽດນາມ ຫຼາຍທ່ານ ລວມມີທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ແລະ ທ່ານລັດຖະມົນກະຊວງປ້ອງກັນປະເທດ ໂງຊວນລິກ ໄດ້ເພີ່ມທະວີທ່າພັດທະນາຢ່າງຕັ້ງໜ້າກວ່າອີກລະຫວ່າງ 2 ປະເທດ. ທ່ານລັດຖະມົນຕີການຕ່າງປະເທດ Rex Tillerson ເນັ້ນໜັກວ່າ, ເລື່ອງທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຄຳໝັ້ນສັນຍາວ່າ ຈະມາຫວຽດນາມ ເຂົ້າຮ່ວມກອງປະຊຸມ APEC ໃນປີ 2017 ນັ້ນ, ຈະຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່. ເນື່ອງໃນໂອກາດນີ້, ທ່ານ Rex Tillerson ໄດ້ສົ່ງຄຳອວຍພອນສັນຕິພາບ ແລະ ວັດທະນາຖາວອນເຖິງປະຊາຊົນຫວຽດນາມ ທຸກຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ