(vovworld) - ພາຍຫຼັງພິທີຊັກທຸງກຸຍບາ ຢູ່ສະຖານທູດກຸຍບາ ປະຈຳວໍຊິງຕັນ ໃນວັນທີ 20/07, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ໄດ້ມີການຕ້ອນຮັບ ແລະ ເຈລະຈາກັບຄູຕຳແໜ່ງກຸຍບາ Bruno Rodriguez ຢູ່ສຳນັກງານກະຊວງການຕ່າງປະເທດອາເມລິກາ. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງລັດຖະມົນຕີວ່າການກະຊວງການຕ່າງປະເທດກຸຍບາ ເຖິງກະຊວງການຕ່າງປະເທດອາເມລິກາ ນັບແຕ່ປີ 1958. ກ່າວຄຳເຫັນໃນການປະຊຸມຂ່າວ ພາຍຫຼັງການເຈລະຈາ, ທ່ານ John Kerry ຖືວ່າ, ເຖິງວ່າວິວັດການຫັນການພົວພັນ 2 ຝ່າຍເປັນປົກກະຕິຈະແກ່ຍາວ ແລະ ສັບສົນກໍຕາມ ແຕ່ສິ່ງນັ້ນໄດ້ມີຜົນປະໂຫຍດໃຫ້ປະຊາຊົນທັງ 2 ປະເທດ. ທ່ານ John Kerry ໃຫ້ຮູ້ວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Brack Obama ປາດຖະໜາຢາກຍົກເລີກຄຳສັ່ງລົງໂທດດ້ານເສດຖະກິດເຊິ່ງຈັດວາງຕໍ່ກຸຍບາ ກວ່າເຄິ່ງທົດສະວັດຜ່ານມາ ແລະ ຫວັງວ່າສະພາແຫ່ງຊາດອາເມລິກາ ຈະປະຕິບັດສິ່ງດ່ັງກ່າວໂດຍໄວ. ທ່ານ John Kerry ແຈ້ງວ່າທ່ານຈະໄປຢ້ຽມຢາມກຸຍບາ ໃນວັນທີ 14/08 ຢ່າງເປັນທາງການ. ສ່ວນທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ Bruno Rodriguez ເນັ້ນໜັກວ່າ, 2 ຝ່າຍກ້າວໄປເຖິງເຫດການໃນວັນທີ 20/07 ແມ່ນຍ້ອນທີການຊີ້ນຳນຳພາອັນສະຫຼາດສ່ອງໄສຂອງຜູ້ນຳກຸຍບາ Phidel Castro ກໍ່ຄືຄວາມຕັດສິນໃຈຂອງປະຊາຊົນກຸຍບາ ພ້ອມກັບຄວາມເຊື່ອໝັ້ນຢ່າງແນວແນ່ເຂົ້າເສັ້ນທາງທີ່ໄດ້ເລືອກເຟັ້ນ.