ລັດຖະມົນຕີການຕ່າງປະເທດອາເມລິກາແລະອີຣານຍົກເລີກບັນດາມາດຕະການລົງໂທດ
ທ່ານ Jojn Kerry ລັດຖະມົນຕີການຕ່າງປະເທດອາເມລິກາ
ພົບປະກັບຜູ້ຮ່ວມຕຳແໜ່ງ ອີຣານທ່ານ Javad Zarif
(ພາບ: Reuters)
(vovworld) - ວັນທີ 15/6, ທ່ານ Jojn Kerry ລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ມີການພົບປະກັບຜູ້ຮ່ວມຕຳແໜ່ງ ອີຣານທ່ານ Javad Zarif ຢູ່ນອກແວ ເພື່ອສືບຕໍ່ປຶກສາຫາລືກ່ຽວກັບເລື່ອງ ເຕເຮຣານຖືວ່າປະເທດຕົນບໍ່ໄດ້ຍົກເວັ້ນບັນດາມາດຕະການລົງໂທດຕາມຂໍ້ຕົກລົງແຜນການດຳເນີນງານຮອບດ້ານລວມ (JCPOA), ຂໍ້ຕົກລົງດ້ານນິວຄະເລຍປະຫວັດສາດລະຫວ່າງ ເຕເຮຣານ ແລະ ບັນດາປະເທດມະຫາອຳນາດໂລກແມ່ນບັນລຸໄດ້ເມື່ອເດືອນ 7/2015. ທີ່ການພົບປະ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບວິວັດການປະຕິບັດຂໍ້ຕົກລົງດ້ານນິວຄະເລຍ, ໃນນັ້ນມີບັນດາບັນຫາກ່ຽວກັບຂົງເຂດທະນາຄານ ແລະ ຍົກເລີກບັນດາຄຳສັ່ງລົງໂທດທີ່ກ່ຽວຂ້ອງເຖິງບັນຫານິວຄະເລຍ, ນອກນັ້ນທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ກໍ່ຍົກອອກຄວາມສຳຄັນຂອງເລື່ອງ ອີຣານນຳໃຊ້ຜົນສະທ້ອນຂອງຕົນຕໍ່ລັດຖະບານ ຊີຮີ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວ, ມອບຮັບການຊ່ວຍເລືອມະນຸດສະທຳ ກໍ່ຄືເລື່ອງປະຕິບັດຄຳສັ່ງຢຸດຍິງສຳລັບບັນດາກຸ່ມຝ່າຍຄ້ານ, ເຊິ່ງ ອາເມລິການຖືວ່າສະຫງ່ຽມຄ່ຽມຄົມ.