ລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ລັດເຊຍ
(ພາບຈາກສຳນັກຂ່າວສານ ຫວຽດນາມ)
(vovworld) – ວັນທີ 11/7, ກະຊວງການຕ່າງປະເທດ ອາເມລິກາ ປະກາດວ່າ ທ່ານລັດຖະມົນຕີການຕ່າງປະເທດຂອງປະເທດນີ້ John Kerry ຈະມີການປະຕິບັດງານເຖິງມົດສະກູ ເພື່ອຊອກຫາທັດສະນະລວມໃນການຮັບມືກັບສະພາບການປະທະກັນທີ່ນອງເລືອດໃນປະຈຸບັນຢູ່ ຊີຣີ. ໃນການຢ້ຽມຢາມເຊິ່ງຈະດຳເນີນໃນວັນທີ 14 – 15/7, ທ່ານ Kerry ຈະມີການເຈລະຈາກັບວົງການເຈົ້າໜ້າທີ່ ລັດເຊຍ ກ່ຽວກັບສະພາບການຢູ່ ຊີຣີ ແລະ ຢູແກຼນ, ກໍ່ຄືກ່ຽວກັບສະພາບຄວາມເຄັ່ງຕຶງລະຫວ່າງ Armenia ແລະ Azerbaijan ທີ່ກ່ຽວຂ້ອງເຖິງເຂດທີ່ມີການຂັດແຍ້ງກັນ Nagorny – Karabakh. ແຈ້ງການບໍ່ໄດ້ຊີ້ແຈ້ງວ່າທ່ານລັດຖະມົນຕີການຕ່າງປະເທດ Kerry ຈະພົບປະກັບທ່ານໃດໃນການຢ້ຽມຢາມຈະມາເຖິງ, ແຕ່ໃນບັນດາການປະຕິບັດງານເຖິງລັດເຊຍ ກ່ອນນີ້, ທ່ານ Kerry ລ້ວນແຕ່ພົບປະກັບຄູ່ຕຳແໜ່ງປະເທດເຈົ້າພາບ Sergei Lavrov, ກ່ອນທີ່ໄປຍັງວັງ Kremlin ເຈລະຈາກັບທ່ານປະທານາທິບໍດີ Vladimir Putin.