(vovworld) – ຕອນເຊົ້າວັນທີ 5/8, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ນມິນ ໄດ້ໄປຮອດນະຄອນຫຼວງ Pretoria ຂອງ ອາຟຼີກາໃຕ້, ເລີ່ມຕົ້ນການຢ້ຽມຢາມ ອາບຟຣີກາ ໃຕ້ ເປັນເວລາ 2 ວັນຢ່າງເປັນທາງການຕາມຄຳເຊື້ອເຊີນຂອງລັດຖະມົນຕີກະຊວງການພົວພັນກັບສາກົນ ແລະ ຮ່ວມມື ອາຟຼີກາໃຕ້ Maite Nkoana – Mashabane. ໃນການເຮັດວຽກກັບພະນັກງານ, ລັດຖະກອນສະຖານທູດ ແລະ ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອາຟຼີກາໃຕ້ ໃນຕອນບ່າຍວັນທີ 5/8, ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ນມິນ ໄດ້ແຈ້ງກ່ຽວກັບບັນດາບາດກ້າວພັດທະນາໃໝ່ໃນວິວັດແຫ່ງການຜັນຂະຫຍາຍການປະຕິບັດແຜນນະໂຍບາຍການຕ່າງປະເທດຂອງພັດ ແລະ ລັດ ຫວຽດນາມ, ເນັ້ນໜັກວ່າ: ນອກຈາກໜ້າທີ່ປັບປຸງ ແລະ ເພີ່ມທະວີການພົວພັນທາງດ້ານການເມືອງກັບປະເທດປະຈຳຖີ່ນ, ບັນດາອົງການຕາງໜ້າຄວນສົມທົບກຳລັງແຮງນຳກັນເພື່ອແນໃສ່ປະຕິບັດໜ້າທີ່ການທູດຮັບໃຊ້ຂົງເຂດເສດຖະກິດເປັນຢ່າງດີ, ເປັນເຈົ້າການຊອກຫາຕະຫຼາດ ແລະ ລູກຄ້າເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວດ້ານການຄ້າ, ການລົງທຶນ. ວັນທີ 6/8, ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ນມິນ ຈະມີການເຈລະຈາຢ່າງເປັນທາງການກັບຄູ່ຕຳແໜ່ງ ອາຟຼີກາໃຕ້ Maite Nkoana – Mashabane, ເຂົ້າຢ້ຽມຂຳ່ນັບປະທານາທິບໍດີ ອາຟຼີກາໃຕ້ Jacob Zuma, ເຮັດວຽກກັບລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ Rob Davies ແລະ ລັດຖະມົນຕີລັດວິສະຫະກິດ Malusi Gigaba, ຢ້ຽມຢາມກຸ່ມບໍລິສັດອຸດສາຫະກຳກະຊວງປ້ອງກັນປະເທດ Denel.
ເນື່ອງໃນໂອກາດນີ້, ກະຊວງພົວພັນກັບສາກົນ ແລະ ການຮ່ວມມື ອາບຟຣີກາ ໃຕ້ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອາຟຼີກາໃຕ້ ໄດ້ຈັດງານລ້ຽງໃນຕອນຄຳ່ວັນທີ 6/8 ເພື່ອຄຳນັບຮັບຕ້ອນລັດຖະມົນຕີການຕ່າງປະເທດ ຟ້າມບິ່ນມິນ ເນື່ອງໃນໂອກາດມາຢ້ຽມຢາມ ອາຟຼີກາໃຕ້ ຢ່າງເປັນທາງການ ແລະ ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນການທູດ ຫວຽດນາມ - ອາຟຼີກາໃຕ້.