ລັດຖະມົນຕີການຕ່າງປະເທດ ອີຣານ ໂຕ້ຕອບຄືນຄໍານາບຂູ່ຂອງປະທານາທິບໍດີ ອາເມລິກາ

(VOVWORLD) -  “ບັນດາການກະທໍາເກາະຜິດທີ່ມີລັກສະນະດັບສູນເຊື້ອຊາດ” ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຈະບໍ່ “ລົບລ້າງອີຣານໄດ້”
ລັດຖະມົນຕີການຕ່າງປະເທດ ອີຣານ ໂຕ້ຕອບຄືນຄໍານາບຂູ່ຂອງປະທານາທິບໍດີ ອາເມລິກາ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif (ພາບ: AFP)

  “ບັນດາການກະທໍາເກາະຜິດທີ່ມີລັກສະນະດັບສູນເຊື້ອຊາດ” ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຈະບໍ່ “ລົບລ້າງອີຣານໄດ້”. ວັນທີ 20 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ໄດ້ຍົກອອກຖະແຫຼງການດັ່ງກ່າວ ພາຍຫຼັງການນໍາ ອາເມລິກາ ນາບຂູ່່ດັບສູນ ອີຣານ ກ່ອນນັ້ນໜຶ່ງວັນ. ໃນສື່ສັງຄົມອອນໄລ Twitter, ທ່ານ Zarif ຂຽນວ່າ “ຊາວ ອີຣານ ໄດ້ຄົງຕົວຢ່າງຍືນຍົງໃນຕະຫຼອດໜຶ່ງສະຫັດສະວັດຜ່ານມາ ໃນເມື່ອພວກສັດຕູຜູ້ຮຸກຮານອອກໄປໝົດແລ້ວ. ຢ່າ ນາບຂູ່ຊາວ ອີຣານຈັກເທື່ອ. ຈົ່ງເຄົາລົບ - ຈິ່ງມີປະສິດທິຜົນ.”

        ນີ້ແມ່ນຄໍາໂຕ້ຕອບຂອງ ທ່ານລັດຖະມົນຕີການຕ່າງປະເທດ Zarif ພາຍຫຼັງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຂຽນໃນ Twitter ຂອງຕົນເມື່ອວັນທີ 19 ພຶດສະພາວ່າ  “ຖ້າຫາກ ອີຣານ ຢາກເຂົ້າຮ່ວມສົງຄາມ, ນັ້ນຈະແມ່ນຈຸດເວລາສິ້ນສຸດຢ່າງເປັນທາງການຂອງ ອີຣານ”. ທ່ານກໍກ່າວເຕືອນ ເຕເຮຣານວ່າ “ຢ່ານາບຂູ່ປະເທດ ອາເມລິາ ອີຈັກເທື່ອ”. ອາເມລິກາ ໄດ້ຈັດສົ່ງຍຸດໂທປະກອນການທະຫານຫຼາຍຢ່າງ ໄປຍັງເຂດຕາເວັນອອກກາງ ເພື່ອຮັບມືກັບສິ່ງທີ່ ວໍຊິງຕັນ ເອີ້ນວ່າ “ໄພນາບຂູ່່ຈາກ ອີຣານ” ໃນນັ້ນ ມີ ເຮືອບິນຖີ້ມລະເບີີດ ແລະ ກໍ່າປັ່ນເດີ່ນບິນ.


ຕອບກັບ

ຂ່າວ/ບົດ​ອື່ນ